ທ່ານ​ກົວ​ເຊີ່ງ​ຄຸ່ນພົບ​ປະຮອງຫົວໜ້າ​ເສນາ​ທິການ​ກອງທັບ​ປະຊາຊົນ​ລາວ

(GMT+08:00) 2013-05-11 13:19:48     cri
ວັນ​ທີ 10 ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ກົວ​ເຊີ່ງ​ຄຸ່ນ ທີ່​ປຶກສາ​​ແຫ່ງ​ລັດ​ຈີນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​​ໄດ້​ພົບ​ປະ​ທ່ານບົວ​ຊຽງ ຈຳປາ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່ເສນາ​ທິການ​ກອງ​ທັບ​ປະຊາຊົນ​ລາວ. ສອງ​ຝ່າຍ​ໄດ້​ລົງ​ເລິກ​​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ, ພ້ອມ​ກັນ​ຊຸກ​ຍູ້​ກົນ​ໄກຮ່ວມ​ມືປະຕິ​ບັດ​ກົດໝາຍ​ເພື່ອ​ຮັກສາ​ຄວາມ​ປອດ​ໄພຢູ່​ເ​ຂດລ່ອງ​​ແມ່​ນ້ຳຂອງ​ໃຫ້​ຂະຫຍາຍ​ມີ​ປະສິດທິພາບ​ສູງ​ເປັນ​ຕົ້ນ.