ຈັງຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຢູ່​ເຂດ​ເກີດ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນສ່ວນ​ໄວ​ກວ່າ​ລະດັບ​ສະ​ເລ່ຍຂອງທົ່ວ​ແຂວງ​ເສ​ສວນ

(GMT+08:00) 2013-05-12 14:56:54     cri
ຕາມ​ຂ່າວສານ​ຈີນ:ພະ​ແນ​ກສະຖິຕິ​ແຂວງ​ເສ​ສວນ​ຈີນ​ລາຍ​ງານ​ໃນ​ວັນ​ທີ 12 ພຶດສະພາ​ນີ້​ວ່າ,​ແຕ່​ປີ 2009 ຫາປີ 2012,ຢູ່​ 39 ເມືອງ​ທີ່​ປະສົບ​ໄພ​ແຜ່ນດິນ​ໄຫວ​ເມືອງ​​ເວີ້​ນສ່ວນ​ໜັກໜ່ວງ​ທີ່​ສຸດນັ້ນ,​ເສດຖະກິດ​ໄດ້​ເຕີບ​ໂຕ 15% ຕໍ່​ປີ,​ໄວ​ກວ່າ​ຈັງຫວະ​ເຕີບ​ໂຕ​​​​ເສດຖະກິດລະດັບ​ສະ​ເລ່ຍ​ໃນ​ທົ່ວ​ແຂວງ​ເສ​ສວນ 0,7%,ຈັງ​ຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຢູ່​ເຂດ​ປະສົບ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນສ່ວນ​ໄວ​ກວ່າ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ແຂວງ​ເສ​ສວນ.

​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນສ່ວນທີ່​ຮ້າຍ​ແຮງ​ທີ່​ສຸດ​ເຊິ່ງເກີດ​ຂຶ້ນ​ເມື່ອ 5 ປີ​ກ່ອນ,​ໄດ້​ສ້າງ​ຜົນກະທົບ​ທາງ​ລົບ​ທີ່​ໜັກໜ່ວງ​ຕໍ່​ການ​ພັດທະນາ​ທາງ​ເສດຖະກິດ​ສັງຄົມ​ຂອງເຂດ​ປະສົບ​ໄພກໍ່​ຄື​ທົ່ວ​ແຂວງ​ເສ​ສວນ.ປີ 2008,​ໃນ 39 ​ເມືອງ​ທີ່​ປະສົບ​ໄພ​ແຜ່ນດິນ​ໄຫວ​ໜັກໜ່ວງ​ທີ່​ສຸດ,ຈັງຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໄດ້​ຈາກ​ການ​​ເພີ່ມ​ຂຶ້ນ 14,8% ​ໃນ​ປີ 2007 ກັບ​ມາຫຼຸດ​ລົງ 2,2%.

​ໃນ 5 ປີ​ທີ່ຜ່ານ​ມາ,​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ໄດ້​ເພີ່ມ​ການ​ລົງທຶນ​ຕື່ມ​ອີກ,​ເພື່ອ​ປັບປຸງ​ແລະ​ພັດທະນາ​ຜົນສຳ​ເລັດ​​ທີ່​ໄດ້​ຮັບໃນ​ການ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຫຼັງ​ໄພ,​ແລະ​ຜັນ​ຂະຫຍາຍ​ຄວາມ​ຮຽກຮ້ອງ​ຕ່າງໆ​ທີ່​ລະບຸ​ໄວ້​ໃນ"​ແຜນພັດທະນາ​ແລະ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນສ່ວນ",​ເລັ່ງລັດ​ການ​ພັດທະນາ​ອຸດສາຫະກຳ,​ເຮັດ​ໃຫ້ການ​ພັດທະນາ​ແລະ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນດ້ານ​ເສດຖະກິດສັງຄົມ​ຢູ່​ເຂດ​ປະສົບ​ໄພ​ໄດ້​ຮັບ​ປະສິດທິ​ຜົນ​ອັນ​ພົ້ນ​ເດັ່ນ.

ຕາມ​ຂໍ້​ມູນ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ:ປີ 2012, 39 ​ເມືອງ​ທີ່​ປະສົບ​ໄພ​ແຜ່ນດິນ​ໄຫວ​ໜັກໜ່ວງ​ທີ່​ສຸດ​ໄດ້​ສ້າງ​ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ຫຼື GDP 433 ຕື້ 190 ລ້ານ​ຢວນ,​ເປັນ 2 ​​ເທື່ອຂອງ​ປີ 2007,GDP ທີ່​ສະ​ເລ່ຍຕໍ່​ຫົວ​ຄົນ​ໄດ້​ເພີ່ມ​ຈາກ 13334 ຢວນ​ໃນ​ປີ 2007 ຂຶ້ນ​ເປັນ 27427 ຢວນ​ໃນ​ປີ 2012.​ໃນ​ໄຕ​ມາດ​ທຳ​ອິດ​ປີ 2013,ການ​ເພີ່ມ​ຂຶ້ນຂອງດັດ​ສະ​ນີເສດຖະກິດທີ່​ສຳຄັນ​ຢູ່​ເຂດ​ປະສົບ​ໄພ​ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ແຂວງ​ເສ​ສວນ. 39 ​ເມືອງ​ທີ່​ປະສົບ​ໄພ​ໜັກໜ່ວງ​ທີ່​ສຸດ​ໄດ້​ສ້າງ​ຍອດ​ມູນຄ່າ​ຜະລິດ​ຕະພັນ​​ພາຍ​ໃນ​ເຂດ​ແຄວ້ນ 108 ຕື້ 460 ລ້ານ​ຢວນ,​ເພີ່ມ​ຂຶ້ນ 10,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ,​ໄວ​ກວ່າ​ລະດັບ​ສະ​ເລ່ຍຂອງທົ່ວແຂວງ​ເສ​ສວນ 0,5%.​