ເຈົ້າໜ້າ​ທີ່​ໄຕ້ຫວັນ​ເຕືອນ​​ວ່າ ຖ້າວ່າ​ຟິລິບ​ປິນປະຕິ​ເສດ​ບໍ່​ກ່າວ​ຄຳ​ຂໍ​ໂທດ​ແລະ​ຊົດ​​ໃຊ້​ຄ່າ​ເສຍ​ຫາຍ ຟິລິບ​ປິນກໍ​ຈະ​ເສຍ​ຜົນ​ປະ​ໂຫຍ​ດຢ່າງ​ແນ່ນອນ

(GMT+08:00) 2013-05-13 18:20:21     cri
ພາຍຫຼັງ​ເກີດ​ເຫດການ​ທີ່​ຊາວ​ປະມົງ​ໄຕ້​ຫວັນ​ຜູ້​ໜຶ່ງຖືກກຳ​ປັ່ນ​ປ້ອງກັນ​ແຄມ​ຝັ່ງ​ທະ​ເລ​ຂອງຟິລິບ​ປິນຍິງ​ເສຍ​ຊີວິດແລ້ວ, ລັດຖະບານ​ຟິລິບ​ປິນກໍບໍ່​​ໄດ້​ກ່າວຄຳຂໍໂທດ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 12 ພຶດສະພາ​ນີ້, ທ່ານຫຼີ​ເຈ່ຍ​ເຟີ່ຍ, ​ໂຄສົກ​ອົງການ​ທີ່​ປຶກສາ​ຂອງ​​ເຈົ້າໜ້າ​ທີ່​​ໄຕ້​ຫວັນກ່າວ​ວ່າ, ຖ້າວ່າລັດຖະບານ​ຟິລິບ​ປິນສືບຕໍ່ແກ່ຍາວເວລາໃນການກ່າວຄຳຂໍໂທດຕໍ່ໄຕ້ຫວັນ​ດ້ວຍ​ທ່າ​ທີ​ເມີນເສີຍແລະຂາດຄວາມຈິງໃຈ, ​ເມື່ອ​​ເວລາ​ຈຳກັດ 72 ​ໂມງໃນຄຳຂາດໄດ້ໝົດໄປ, ຟິລິບ​ປິນຈະ​ເສຍ​ຜົນປະໂຫຍດຢ່າງແນ່ນອນ.

ຕອນ​ເຊົ້າວັນ​ທີ 13 ພຶດສະພາ​ນີ້, ​​ໃນ​ເວລາ​ໃຫ້ຄຳກະທູ້​ຖາມໃນ​ອົງການ​ຕຸລາການ​ຂອງ​ເຂດ​ໄຕ້ຫວັນ, ທ່ານ​ຢາງ​ນ້ຽນຈູ, ຮອງ​ຜູ້​ຮັບຜິ​ດຊອບ​ພາກສ່ວນ​ວຽກ​ງານ​ປ້ອງກັນ​ຂອງ​ໄຕ້ຫວັນກໍ​ກ່າວ​ວ່າ, ຖ້າວ່າ​ຟິລິບ​ປິນປະຕິ​ເສດໃຫ້​ປະນີປະນອມ​ໂດຍຕະຫຼອດ​, ​ກອງ​ທະຫານ​ຂອງ​​ໄຕ້​ຫວັນ​ບໍ່​ປະຕິ​ເສດ​ຄວາມອາດ​ເປັນ​ໄປ​ໄດ້​ທີ່​ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຂະໜາດ​ໃຫຍ່​ຢູ່​ເຂດ​ທະ​ເລ​ທັບຊ້ອນກັນ​ລະຫວ່າງ​ໄຕ້​ຫວັນ​ຈີນ​ກັບ​ຟິລິບ​ປິນ.