ຈີນ​​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ​ "ຄວາມ​ຄືບ​ໜ້າວຽກ​ງານ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ປີ2012"

(GMT+08:00) 2013-05-14 11:52:01     cri
ວັນ​ທີ 14 ພຶດສະພາ​ນີ້, ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ"ຄວາມ​ຄືບ​ໜ້າວຽກ​ງານດ້ານ​​ສິດທິ​ມະນຸດ​ຂອງ​ຈີນ​ປີ2012" ​ໂດຍ​​ມີ​ເນື້ອ​ໃນ​​ໃຫ້​ຮູ້​ຢ່າງຮອບດ້ານ​ກ່ຽວ​ກັບ​ຜົນສຳ​ເລັດ​ໃໝ່​ດ້ານ​ການ​ພັດທະນາ​ວຽກ​ງານ​ສິດທິ​ມະນຸດ​ຂອງ​ຈີນ​ໃນ​ຊຸມ​ປີມໍ່ໆ​ມາ​ນີ້. ປຶ້ມ​ປົກ​ຂາວ​ຂຽນ​ວ່າ: ການ​ພັດທະນາຂອງ​ວຽກ​ງານ​ສິດທິມະນຸດຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່​ທີ່​ພັດທະນາ​ຢ່າງ​ມີ​ແຜນການ,ໝັ້ນ​ທ່ຽງ,ຕໍ່​ເນື່ອງ​ແລະ​ຂະ​ຫຍາຍ​ຕົວ​ຢ່າງຮອບດ້ານ.

ປື້​ມປົກ​ຂາວ​ຂຽນ​ວ່າ: ການ​ເຄົາ​ລົບ​ແລະ​ຮັບປະກັນ​ສິດທິ​ມະນຸດ​ແມ່ນ​ຄວາມ​ຕັດສິນ​ໃຈ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ອົງການ​​ແຫ່ງ​ລັດທຸກ​ຂັ້ນ​ຂອງ​ຈີນ. ພາຍຫຼັງ ​ເນື້ອ​ໃນ​ກ່ຽວ​ກັບ​ສິດທິ​ມະນຸດ​ໄດ້​ຖືກລະບຸ​ເຂົ້າ​ໃນ​ລັດຖະທຳ​ມະນູນ​, ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ແຫ່ງ​ຊາດ​ແລະກົດ​ລະບຽບ​ພັກ​ກອມ​ມູນິດ​ຈີນ​ແລ້ວ, ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ໄຂ​ຂຶ້ນ​ໃນ​ເດືອນ​ພະຈິກ​ປີ2012​ໄດ້​ກຳ​ນົດ​ເອົາ "ການ​ເຮັດ​ໃຫ້​ສິດ​ທິ​ມະ​ນຸດ​ໄດ້​ຮັບ​ການ​ເຄົາ​ລົບ​ນັບ​ຖື​ແລະ​ຮັບ​ປະ​ກັນ​ຢ່າງ​ແທ້​ຈິງ" ​ເປັນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ສູ້​ຊົນ​ເພື່ອ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​ດ້ານ. ລັດ​ຖະ​ບານ​ຈີນ​ຍັງ​ໄດ້​ວາງ​ແຜນ​ການ​ດຳ​ເນີນ​ງານ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ,​ແລະ​ດຳ​ເນີນ​ການ​ປະ​ເມີນ​ຜົນ​ຕໍ່​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ນີ້.

ປຶ້ມ​ປົກ​ຂາວ​ຍັງ​ຂຽນ​ວ່າ: ການ​ຍຶດໝັ້ນ​ການ​ພັດທະນາ​ຢ່າງ​ມີ​ວິທະຍາສາດ, ຊຸກ​ຍູ້​ສັງຄົມ​ໃຫ້​ມີ​ຄວາມ​ປອງ​ດອງ​ກົມກຽວ​ກັນ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ,​ເພີ່ມພູນ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ ນີ້​ແມ່ນ​ຫຼັກການ​ພື້ນຖານທີ່​ສຳຄັນ​ຂອງ​ພັກ​ແລະ​ລັດຖະບານ​ຈີນ​ໃນ​ການ​ບໍລິຫານ​ປະ​ເທດ.

ປຶ້ມ​ປົກ​ຂາວ​ຍັງ​ຂຽນ​ວ່າ: ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດທະນາ, ຍັງ​ມີ​ສິ່ງ​ພົ້ນ​ເດັ່ນ​ໃນ​ດ້ານ​ການ​ພັດທະນາ​ທີ່​ບໍ່​ດຸນ​ດ່ຽງ,ບໍ່​ກົມກຽວ​ແລະ​ບໍ່​ຍືນ​ຍົງ. ​ໃນວຽກ​ງານ​ການ​ພັດທະນາ​ດ້ານ​ຕ່າງໆ​ຂອງປະ​ເທດ​ຍັງ​ມີ​ບັນຫາ​ຫຼາຍ​ສົມຄວນ​ທີ່ພົວພັນເຖິງ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຂອງ​ປະຊາ​ຊົນ, ຕ້ອງ​ການ​ທຳ​ຄວາມ​ພະຍາຍາມ​ຢ່າງ​ລຳບາກ​ຕື່ມ​ອີກ​ເພື່ອ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້. ຈີນ​ຍັງ​ມີໜ້າ​ທີ່​ອັນ​ໜັກ​ໜ່ວງ​ທີ່​ສຸດ​ເພື່ອ​ບັນລຸ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ລະດັບ​ສູງ​ກວ່າ​ເກົ່າ.