ລາວໄດ້​​ລາງວັນ​ໃນ​ການ​ເຂົ້າຮ່ວມ​ງານວາງສະ​ແດງ​ສິ່ງ​ປະດິດ​​ແມ່ຍິງ​ສາກົນຢູ່​ສ. ​ເກົາຫລີ

(GMT+08:00) 2013-05-15 16:55:37     cri
​ວັນ​ທີ 14 ພຶດສະພາ​ນີ້, ​ໃນ​ງານ​ຖະ​ແຫຼ​ງຂ່າວທີ່ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ວຽງ​ຈັນ, ​ ທ່ານ​ນາງ ຈັນ​ເທົາ ປະ​ຖັມມະ​ວົງ, ປະທານ​ສະມາຄົມ​ນັກທຸລະກິດ​ແມ່ຍິງ​ລາວ​ແຈ້ງ​ໃຫ້​ຮູ້​ວ່າ, ​ໃນງານ​ວາງສະ​ແດງ​ສິ່ງ​ປະດິດ​ແມ່ຍິງ​ສາກົນ​ຄັ້ງ​ທີ 6 ​ທີ່ຈັດ​ຂື້ນ​ຢູ່ສະ​ທາ​ລະນະ​ລັດ​ເກົາຫລີ​, ​ນັກທຸລະ ກິດ​ແມ່ຍິງລາວໄດ້​ຮັບ​ 1 ຫລຽນຄໍາ, 3 ຫລຽນເງີນ, ​ເຊິ່ງ​ແມ່ນແມ່ຍິງ​ລາວນໍາ​ເອົາ​ສິ່ງ​ປະດິດ​ໄປ​ວາ​ງສະ​ແດງ​ລະດັບ​ສາ​ກົນເປັນ​ຄັ້ງ​ທໍາ​ອິດ.

​ທ່ານ​ນາງ ຈັນ​ເທົາ ປະ​ຖັມມະ​ວົງກ່າວ​ວ່າ, ໃນງານ​ວາງ​ສະ​ແດ​ງສິ່ງ​ປະດິດ​ສາກົນ​ຄັ້ງ​ທີ 6 ​ນີ້, ​ສູນ​ກາງ​ສະຫະພັນແມ່ຍິງ​ລາວ​ໄດ້​ມອບ​ໝາຍ​ໃຫ້​ສະມາຄົມ​ນັກທຸລະກິດ​ແມ່ຍິງ​ລາວ​ຄັດ​ເລືອກ​ເອົາ​ນັກປະດິດ​ຂອງ​ລາວໄປ​ເຂົ້າຮ່ວມ​ງານ​ດັ່ງກ່າວ ​ເຊິ່ງມີ​ທັງ​ການວາງສະ​ແດງ​ແລະ ການ ສໍາ​ມະ​ນາ​ເພື່ອ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ​ແລະກັນກັບ​ຫລາຍ​ກວ່າ 30 ປະ​ເທດ.​ ​​ສະນັ້ນ,​ ສະມາຄົມ​ຈຶ່ງ​ໄດ້​ສົ່ງໂຮງງານ​ຕໍ່າ​ແຜ່ນ​ພົມມະຫັດ ສະ​ຈັນ ​ແລະ ຫັດຖະ​ກໍາ​ແຜ່ນ​ແບບ​ຄອບຄົວ​ແຂວງ​ຫົວພັນ​ໄປ,​​ ແລະໄດ້​ນໍາ​ເອົາ​ສິ່ງ​ປະດິດ​ຂອງ​ສອງ​ພາກສ່ວນ​ດັ່ງກ່າວ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນພ້ອມ. ​ຜົນ​ປະກົດ​ວ່າ, ສິ່ງ​ປະດິດ​ຂອງ​ແມ່ຍິງ​ລາວຍາ​ດ​ໄດ້ 1 ຫລຽນ​ຄໍາ ​ແລະ 3 ຫລຽນ​ເງີນ​. ​ໂດຍ​ສະ​ເພາະຜ້າພັນ​ຄໍ​ລາຍ​ຄື້ນ​ນໍ້າຂອງ​ຈາກ​​ໂຮງງານ​ພົມ​ມະຫັດສະຈັນ, ຍ້ອນເປັນ​ສິ່ງ​ປະດິດ​ໃໝ່​ທີ່​ບໍ່​ໄດ້​ລອກ​ຮຽນ​ແບບ​ຜູ້​ອື່ນ, ມີ​ເອກະລັກ​ດ້ານ​ວັດທະນະ​ທໍາ, ລວມທັງມີ​ເຕັກນິກ​ໃນ​ການ​ປະດິດ,ຈຶ່ງສາມາດ​ຍາດ​ໄດ້​ຫລຽນ​ຄໍາ ​ແລະ ຫລຽນ​ເງີ​ນ.