ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ວ່າ ຟິລິບ​ປິນຄວນ​ໃຫ້​ຄຳ​ຕອບ​ດ້ວຍ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ຊາວ​ປະມົງ​​ໄຕ້​ຫວັນທີ່​ຖືກ​ຍິງ​ເສຍ​ຊີວິດ

(GMT+08:00) 2013-05-15 17:31:35     cri
ວັນ​ທີ 15 ພຶດສະພາ​ນີ້, ​ໃນ​ກອງ​ປະຊຸມປຶກສາ​ຫາລື​ກັບ​ນັກທຸລະກິດ​ໄຕ້​ຫວັນ​ທີ່​ນະຄອນຊຽງ​ໄຮ້, ມີ​ນັກ​ຂ່າວ​ຖາມ​ວ່າ, ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ​ມີ​ທ່າ​ທີ​ແນວ​ໃດ​ຕໍ່​ເຫດການ​ທີ່​ຊາວ​ປະມົງ​ໄຕ້​ຫວັນ​ຜູ້​ໜຶ່ງ​ຖືກ​ກຳ​ປັ່ນ​ປ້ອງ​ກັນ​ແຄມ​ຝັ່ງ​ທະ​ເລ​ຟິລິບ ປິນຍິງ​ເສຍ​ຊີວິດ, ທ່ານ​ຈ່າງ​ຈື້ຈຸ່ນ, ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ສູນ​ກາງ​ພັກຄອມ​ມູນິດ​ຈີນ​ແລະ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ວ່າ: ​ໃນ​ວັນ​ທີ 9 ພຶດສະພາ​ນີ້, ຟິລິບ​ປິນ​ໃຊ້​ຄວາມ​ຮຸນ​ແຮງ​ອີກ​ເທື່ອ​ໃໝ່ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ບໍ່​ຖື​ອາວຸດ​, ຍິງປືນ​ໃສ່​ຊາວ​ປະມົງ​ໄຕ້​ຫວັນ​ທີ່​ເປັນ​ອ້າຍ​ນ້ອງ​ຂອງ​ພວກ​ເຮົາ​ຈົນ​ເສ​ຍຊີວິດ. ພວກ​ເຮົາ​ຮູ້ສຶກຄຽດ​ແຄ້ນ​ທີ່​ສຸດ​​ແລະ​ກ່າວ​ປະມານ​ຢ່າງ​ຮຸນ​ແຮງຕໍ່​​ເລື່ອງ​ນີ້.

ທ່ານ​ຈ່າງ​ຈື້ຈຸ່ນ​ກ່າວ​ວ່າ, ພວກ​ເຮົາ​ຮຽກຮ້ອງ​ໃຫ້​ຟິລິບ​ປິນ​ປະຕິບັດ​ຕໍ່​ເລື່ອງ​ນີ້​ຢ່າງ​ເຄັ່ງຂຶມ, ສຳ​ຫຼວດຄວາມ​ເປັນ​ຈິງ​ຢ່າງ​ລະອຽດ, ລົງ​ໂທດ​ຜູ້​ກໍ່​ເຫດ​ຢ່າງ​ເຂັ້ມງວດ, ​ໃຫ້​ຄຳ​ຕອບ​ດ້ວຍ​ຄວາມ​ຮັບຜິດຊອບ​ຕໍ່​ຊາວ​ປະມົງ​ທີ່​ຖືກ​ຍິງ​ເສ​ຍຊີວິດ. ​ແລະ​​ເດັດຂາດບໍ່​ໃຫ້​ເກີດ​ເຫດການ​ຄື​ແນວ​ນີ້ອີກ.

ທ່ານ​ຍັງ​ກ່າວ​ຕື່ມວ່າ, ອີກ​ເ​ທື່ອໜຶ່ງພວກ​ເຮົາ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຊາວ​ປະມົງ​ໄຕ້​ຫວັນທີ່​ຖື​ກຍິງ​ເສ​ຍຊີວິດ, ​ແລະ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບຄົວ​ຂອງ​ຊາວ​ປະມົງ​ຜູ້​ນີ້.