ທຳນຽບປະທານາທິບໍດີ​ຟິລິບ​ປິນສະ​ແດງ​ຄວາມ​ຂໍ​ໂທດ​ຕໍ່​ຊາວ​ປະມົງ​ໄຕ້​ຫວັນ​ຖືກ​ຍິງ​ເສຍ​ຊີວິດ

(GMT+08:00) 2013-05-15 17:41:20     cri

ຕອນ​ບ່າຍ​ວັນ​ທີ 15 ພຶດສະພາ​ນີ້, ​​ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນ​ໃນ​ທຳນຽບປະທານາທິບໍດີຟິລິບ​ປິນ,ໂຄສົກ​ປະທານາທິບໍດີ​ຟິລິບ​ປິນອ່ານ​ຄຳ​ຖະ​ແຫຼງການ​ວ່າ, ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ III ​ໄດ້​ແຕ່ງຕັ້ງທ່ານ​ອາ​ມາ​ດິ​ໂອ ​ເປີ​ເຣສ໌​, ປະທານ​ໜ່ວຍ​ງານ​ເສດຖະກິດ​ວັດທະນະທຳ​ມາ​ນີລາເປັນ​ຜູ້​ຕາງໜ້າຂອງ​ທ່ານ​ເອງ, ກ່າວ​ສະ​ແດງ​ "ຄວາມ​ເສຍ​ໃຈແລະ​ຄວາມ​ຂໍ​ໂທດຢ່າງ​ເລິກ​ເຊິ່ງຂອງ​ທ່ານ​ແລະ​ປະຊາຊົນ​ຟິລິບ​ປິນ" ​ໄປ​ຍັງ​ຄອບຄົວ​ຂອງ​ທ່ານ​ຫົງ​ສື​ເຊີງ, ຊາວ​ປະມົງ​ໄຕ້​ຫວັນ​ທີ່​ຖືກ​ຍິງ​ເສຍ ຊີວິດ, ພ້ອມ​ດ້ວຍ​ປະຊາຊົນ​ໄຕ້​ຫວັນ ທີ່​ໄດ້​ເກີດ​ເຫດ​ຄາດ​ຕະກຳ​ໂດຍ​ບັງ​ເອີນ.

ວັນ​ທີ 9 ພຶດສະພາ​ນີ້, ​ເຮືອ​ປະມົງ​ໄຕ້​ຫວັນ"ກວາງ​ຕ້າ​ຊິ່ງ 28" ຖືກ​ກຳ​ປັ່ນ​ປ້ອງ​ກັນ​ແຄມ​ຝັ່ງ​ທະ​ເລ​ຟິລິບ​ປິນຍິງ​ປືນ​ກວາດ​​ໃສ່, ​ລູກ​ເຮື​ອຊື່ ຫົງ​ສື​ເຊີງທີ່ມີ​ອາຍຸ 65 ປີຖືກ​ຍິງ​ເສຍ​ຊີວິດ. ຫຼາຍມື້​ມາ​ນີ້, ປະຊາຊົນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພາກັນ​ກ່າວ​ປະນາມ​ຕໍ່​ເຫດການ​ນີ້. ວັນ​ທີ 15 ພຶດສະພາ​ນີ້, ​ໂຄສົກ​ປະທານາທິບໍດີ​ຟິລິບ​ປິນກ່າວ​ວ່າ, ອີງ​ຕາມ​ຄຳ​ສັ່ງ​ຂອງ​ທ່ານປະທານາທິບໍ​ດີ​ເບ​ນິກ​ໂນ, ກົມ​ສຳ​ຫຼວດ​ແຫ່ງ​ຊາດ​ຟິລິບ​ປິນ​ໄດ້​ເລີ່​ມ​ເຂົ້າຮ່ວມ​ການ​ສຳຫຼວດ, ​ແລະ​ຮັບປາກ​ວ່າ ຈະດຳ​ເນີນ​ການ​ສຳ​ຫຼວດ​ເຫດການ​ນີ້ຢ່າງ "​ເຖິງ​ຖອງ, ລະອຽດ​, ທ່ຽງ​ທຳ​ແລະ​ວ່ອງ​ໄວ". ກົມ​ສຳຫຼວດ​ແຫ່ງ​ຊາດ​ຟິລິບ​ປິນ​ໄດ້​ຈັດ​ເອົາວຽກ​ງານ​ນີ້​ໄວ້​ຢູ່​ໃນ​ຖານະ​ທີ່​ຕ້ອງ​ປະຕິບັດ​ກ່ອມ​ເພື່ອ​ຈະ​ໄດ້​ຮັບ​ການ​​ແກ້​ໄຂ​ໂດຍ​ໄວ​.

ໂຄສົກ​ຜູ້​ນີ້​ກ່າວ​ວ່າ ພວກຂ້າ​ພະ​ເຈົ້າເຂົ້າ​ໃຈຄວາມ​​ໂສກ​ເສົ້າ​ແລະ​ຄວາມ​ເຈັບ​ຊ້ຳໜຳ​ໃຈ​ຂອງ ຄອບຄົວ​​ຜູ້​ເສຍ​ຊີວິດ​ແລະ​ປະຊາຊົນ​​ໄຕ້​ຫວັນຍ້ອນ​ເຫດການ​ນີ້, ພວກ​ຂ້າພະ​ເຈົ້າສະ​ແດງ​ຄວາມ​ເຫັນໃຈຢ່າງ​ສຸດ​ຊື້​ງ​ຕໍ່​ພວກ​ເຂົາ​ເຈົ້າ.