ສະມາຄົມ​ຜູ້​ສົ່ງ​ອອກ​ມະເລ​ເຊຍ​ແລະສະມາຄົມ​ນັກທຸລະກິດ​ໝຸ່ມລາວ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ

(GMT+08:00) 2013-05-16 15:33:58     cri
ການ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈລະຫວ່າງ​ສະມາຄົມ​ຜູ້​ສົ່ງ​ອອກ​ມະເລ​ເຊຍແລະສະມາຄົມ​ນັກທຸລະກິດ​ໝຸ່ມລາວໄດ້ດຳເນີນໄປໃນຕອນ​ເຊົ້າ​ຂອງ​ວັນ​ທີ 16 ພຶດສະພາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​​ເຂົ້າ​ຮ່ວມ​ຂອງ​ພະນະ​ທ່ານດຣ. ວິ​ໄລ​ວົງ ບຸດ​ດາ​ຄໍາ ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໝຸ່ມປະຊາຊົນ​ປະຕິວັດ​ລາວ, ທ່ານອູ​ເດ​ດ ສຸວັນນະ​ວົງ ຮອງ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ, ທ່ານນາງວາລີ ​ເວດ​ສະ​ພົງ ປະທານ​ສະມາຄົມ​ນັກທຸລະ​ກິດ​ໝຸ່ມລາວ, ທ່ານອັບ​ດູລ ກາ​ບູ ອິບຣາຮິມ ປະທານ​ສະມາ​​ຄົມ​ຜູ້​ສົ່ງ​ອອກ​ມາ​ເລ​ເຊຍ, ພ້ອມ​ດ້ວຍ​ບັນດາ​ແຂກ​ທີ່​ມີ​ກຽດ​ເຂົ້າ​ຮ່ວມ.

​ທ່ານດາ​ໂຕ ຕັນ​ ໄຕ ​ເຮັງ ​ເອກ​ອັກຄະ​ລັດຖະທູດມະເລ​ເຊຍປະ​ຈໍາ​ລາວກ່າວ​ວ່າ: ສະມາຄົມ​ຜູ້​ສົ່ງ​ອອກ​ມາ​ເລ​ເຊຍ ​ແລະ ສະມາຄົມ​ນັກທຸລະກິດ​ໝຸ່ມລາວ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ເທື່ອ​ນີ້​ ​ແມ່ນເພື່ອຮ່ວມ​ມື​ສົ່ງ​ເສີມ​​ການ​ຄ້າ​ແລະການ​ລົງທຶນ, ຊ່ວຍ​ເສີມ​ສ້າງແລະຮັດ​ແໜ້ນການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ຕື່​ມ, ​ນອກ​ນີ້​, ຍັງ​ຈະ​ຊ່ວຍ​ໃຫ້​ບໍ່​ມີ​ຄວາມ​ແຕກ​ໂຕນ​ກັນ​ທາງ​ດ້ານ​ການ​ພັດທະນາ​ລະຫວ່າງ​ສອງ​ປະ​ເທດ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມືອາ​ຊຽນ ​ແລະ ຄວາມ​ສາມັກ​ຄີ​ທີ່​ກ້າວ​ໄປ​ສູ່​ການ​ສ້າງ​ສະມາຄົມ​ອາ​ຊຽນ ​ແລະປະຊາ​ຄົມ​ເສດຖະກິດອາ​ຊຽນ​ໃນ​ປີ 2015.