ລາວເລີ່ມການສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ2

(GMT+08:00) 2013-05-16 16:08:40     cri
ສູນສະຖິຕິແຫ່ງຊາດ ກະຊວງແຜນການແລະການລົງທຶນຮ່ວມກັບກະຊວງການເງິນ, ກະຊວງອຸດສາຫະກຳແລະການຄ້າແລະຄະນະປັບປຸງທຸລະກິດຂອງປະເທດລາວ ໄດ້ຈັດຕັ້ງປະຕິບັດການລົງສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ 2 ປີ 2013 ໂດຍເລີ່ມລົງປະຕິບັດແຕ່ວັນທີ 10 ຫາ​ວັນ​ທີ 30 ພຶດສະພາ​ນີ້.

ການ​ສຳ​ຫລວດ​ເສດຖະກິດ​ທົ່ວ​ປະ​ເທດ​ເປັນການ​ສຳ​ຫລວດ​ໃຫ່ຍທີ່​ສຳຄັນກວມ​ເອົາ​ທຸກ​ຫົວໜ່ວຍ​ເປົ້າ​ໜາຍການ​ສຳ​ຫລວດ. ຜົນ​ການ​ສຳ​ຫລວດ​ນີ້ຈະ​ຊ່ວຍ​ໃຫ້​ລັດຖະບານສາມາດ​ມີ​ຂໍ້​ມູນ​ທີ່​ທັນ​ກັບ​ສະພາບ​ເພື່ອ​ໄປ​ວາງ​ນະ​ໂຍບາຍ​ຕ່າງໆດ້ານ​ເສດຖະກິດ​ໃຫ້​ເໝາະ​ສົມ​ກັບ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ.

ຂອບເຂດແລະເປົ້າຫມາຍການສຳຫລວດຄັ້ງ​ນີ້ແມ່ນບັນດາຫົວໜ່ວຍເສດຖະກິດພື້ນຖານທີ່ມີການເຄື່ອນໄຫວໃນໄລຍະການສຳຫລວດ. ຫົວຫນ່ວຍດັ່ງກ່າວແມ່ນວິ​ສາຫະກິດແລະຫ້າງຮ້ານ, ຫົວຫນ່ວຍການຜະລິດຂອງລັດ, ເອກະຊົນ, ການລົງທຶນພາຍໃນແລະຕ່າງປະເທດ, ຫົວຫນ່ວຍຄູ້ມຄອງບໍລິຫານ, ສະມາຄົມ, ມູນນິທິ, ສະຖາບັນບໍ່ຫວັງຜົນກຳໄລແລະອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ(NGO) ທີ່​ດຳເນີນກິດຈະກຳຢ່າງເປັນທາງການແລະບໍ່ເປັນທາງການແລະມີ​ທີ່​ຕັ້ງຖາວອນໂດຍບໍ່ຈຳແນກຫົວໜ່ວຍທີ່ຖືທະບຽນ ຫຼື ບໍ່ຖືທະບຽນວິສາຫະກິດ.

ການ​ສຳ​ຫຼວດ​ເສດຖະກິດ​ທົ່ວ​ປະ​ເທດ​ຄັ້ງ​ທີ1ຂອງ​ລາວ​ແມ່ນ​ຈັດ​ຂຶ້ນ​ໃນ​ປີ2006, ​ໂດຍ​​ເຫັນ​ໄດ້​ວ່າ​ມີ​ຈຳນວນ​ຫົວໜ່ວຍ​ພື້ນຖານ​ເສດຖະກິດ​ທັງ​ໝົດ​ປະມານ127.000ຫົວໜ່ວຍ.