ກະຊວງ​ການ​ຕ່າງປະ​ເທດ​ຈີນຈັດ​ກອງ​ປະຊຸມຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ເດີນທາງ​ໄປ​ຢ້ຽມຢາມ​ສີ່​ປະ​ເທດ​ອາຊີ​ແລະ​ເອີ​ຣົບຂອງ​ທ່ານນາຍົກຫຼີ​ເຄີ້ສຽງ

(GMT+08:00) 2013-05-16 18:44:14     cri
ວັນ​ທີ 16 ພຶດສະພາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຕໍ່​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ, ​​ເພື່ອແນະນຳ​ການ​ເດີນທາງ​ໄປ​ຢ້ຽມຢາມ​ສີ່​ປະ​ເທດ​ອາຊີ​ເອີ​ຣົບ​ໃນ​​ໄວໆ​ນີ້​ຂອງ​ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໃນ​ມໍ່ໆ​ນີ້. ທ່ານ​ຊົ້ງທ່າວ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຕ່າງປະ​ເທດເທື່ອ​ທຳ​ອິດ​ພາຍຫຼັງທ່ານຫຼີ​ເຄີ້ສຽງ​ຂຶ້ນດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີຈີນ, ​ແມ່ນ​ການ​​ເຄື່ອນ​ໄຫວ​ທາງ​ການຕ່າງປະ​ເທດ​ອັນ​ສຳຄັນ​ຂອງລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ແລະ​ປະ​ເທດ​​ເອີຣົບ.

ອິນ​ເດຍ, ປາ​ກີ​ສະຖານ, ສະ​ວິສ​ແລະ​ເຢຍລະ​ມັນ​ແມ່ນ 4 ປະ​ເທດ​ທີ່ທ່ານຫຼີ​ເຄີ້ສຽງ​ຈະ​ໄປ​ຢ້ຽມຢາມ​ໃນ​ເທື່ອ​ນີ້, ມີ​ທັງ​ປະ​ເທດ​ໃຫຍ່, ປະ​ເທດ​ອ້ອມ​ຂ້າງ​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ.

ທ່ານຊົ້ງທ່າວ​ກ່າວ​ວ່າ, ອິນ​ເດຍ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່ສຳຄັນ​ຂອງ​ຈີນ, ທັງ​ແມ່ນ​ປະ​ເທດ​​ໃຫຍ່​ທີ່​ພວມ​ພັດທະນາ​ແລະ​ປະ​ເທດ​ທີ່​​ຕະຫຼາດຈະ​ເລີ​ນ​ໃໝ່​ອີກ​ດ້ວຍ. ທ່ານຫຼີ​ເຄີ້ສຽງ​ໄດ້​ເລືອກອິນ​ເດຍ​ເປັນ​ປະ​ເທດທຳ​ອິດ​ໃນການ​ເດີນທາງ​ໄປ​ຢ້ຽມຢາມ​ຕ່າງ​ປະ​ເທດ​​ເທື່ອ​ທຳ​ອິດ, ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຂອງ​ລັດຖະບານ​ຊຸດ​ໃໝ່​ຈີນ​ທີ່​ມີ​ຕໍ່​ອິນ​ເດຍ.

ປາ​ກີ​ສະຖານ​ແມ່ນປະ​ເທດ​ໃກ້ຄຽງ​ທີ່​ສຳຄັນ​ແລະ​ຄູ່​ຍຸດ​ທະ​ສາດຕະຫຼອດ​ເວລາ​ຂອງ​ຈີນ, ມີ​ຄວາມ​ເຂົ້າ​ໃຈ​ແລະ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນມາ​​ໂດຍ​ຕະຫຼອດ​ໃນ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ກັນ​ແລະ​ກັນ. ການ​ຢ້ຽມຢາມ​ຂອງ​ທ່ານຫຼີ​ເຄີ້ສຽງ​ເທື່ອ​ນີ້​ພໍ​ດີ​ຖືກ​ກັບ​​ໄລຍະ​ເວລາ​ທີ່​ປາ​ກີ​ສະຖານ​ຫາ​ກໍ່ສິ້ນສຸດ​ການ​ເລືອກ​ຕັ້ງສະພາ,​ ​ແລະ​ລັດຖະບານຊຸດ​ໃໝ່ກຳລັງ​ຈະສ້າງ​ຕັ້ງຂຶ້ນ. ທ່ານ​ຊົ້ງທ່າວ​ກ່າວ​ວ່າ, ການຈັດ​ວາງ​ຄື​ແນວ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​​ໄວ້ ​​ເນື້ອ​ເຊື່ອ​ໃຈ​ໃນ​ລະດັບ​ສູງ​ແລະ​ມິດຕະພາບ​ພິ​ເສດ​ລະຫວ່າງ​ຈີນ​ກັບ​ປາ​ກີ​ສະຖານ.

ສະ​ວິສ​ແມ່ນປະ​ເທດ​ທີ​ສາມ​ໃນ​ການ​ຢ້ຽມຢາມ​ເທື່ອ​ນີ້. ​ເຖິງ​ວ່າ​ບໍ່​ແມ່ນ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ​ເອີຣົບກໍ​ຕາມ, ​ແຕ່​ສະ​ວິສ​ແມ່ນ​ຄູ່​ຮ່ວມມື​ດ້ານ​ເສດຖະກິດ​ການ​ຄ້າອັນ​ສຳຄັນ​ຂອງ​ຈີນ​ຢູ່​ເອີຣົບ, ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​​ເອີຣົບທີ່​ຮັບຮອງ​ຖານະ​ເປັນປະ​ເທດ​​ເສດຖະກິດ​ຕະຫຼາດຂອງ​ຈີນ​ກ່ອນໝູ່​ແລະ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີກັບ​ຈີນ​ກ່ອນໝູ່. ທ່ານ​ຈຽງ​ຢ້າວ​ຜິງ, ລັດຖະມົນ​ຕີຊ່ວຍ​ວ່າກາ​ນກະຊວງ​ການ​ຄ້າ​ຈີນ​ແຈ້ງ​ໃຫ້ຮູ້​ວ່າ, ກ່ອນນີ້​ບໍ່​ດົນ​, ​ການ​ເຈລະຈາ​ກ່ຽວ​ກັບ​ເຂດການ​ຄ້າ​ເສລີ​ຈີນ​ສະ​ວິສ​ໄດ້​ຮັບ​ຄວາມ​ຄືບ​ໜ້າທີ່​ດີ, ຫວັງ​ວ່າ​ຈະ​ມີ​ການເຊັນ​ສັນຍາຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະມີ​ຄຸນ​ນະພາ​ບສູງ​ໂດຍ​ໄວ​.

​ເຢຍລະ​ມັນ​ແມ່ນ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບພຽງ​ປະ​ເທດ​ດຽວ​​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານຫຼີ​ເຄີ້ສຽງ​ເທື່ອ​ນີ້. ກ່ຽວ​ກັບ​ການ​ຈັດ​ວາງ​ຄື​ແນວນີ້, ທ່ານ​ຊົ້ງທ່າວ​ກ່າ​ວວ່າ, ​ເຢຍລະ​ມັນ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ​​ໃນ​ສະຫະພາບ​ເອີຣົບ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2012 ​ມີຫຼາຍກວ່າ 160 ຕື້​​ໂດ​ລາ​ສະຫະລັດ, ກວມ 30% ຂອງ​ລວມຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ສະຫະພາບ​ເອີຣົບ. ຜູ່ນຳ​ຂອງ​ຈີນ​ແລະ​ເຢຍລະ​ມັນ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​ລະດັບ​ສູງ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ. ​ໃນ​ໄລຍະ​ຢ້ຽ​ຍຢາມ, ທ່ານຫຼີ​ເຄີ້ສຽງ​ຈະ​ເຂົ້າຢ້ຽມ​ຂ່ຳນັບທ່ານ​​ໂຈ​ອາ​ຊິ​ມ ກອກ, ປະທານາທິບໍດີ, ​ແລະ​ພົບ​ປະ​ເຈລະຈາ​ກັບທ່ານ​ນາງ​ແອັນ​ເຈ​ລາ ​ເມີ​​ເກນ, ນາຍົກລັດຖະມົນຕີ​ເຢຍລະ​ມັນ, ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບການ​ພົວພັນ​ລະຫວ່າງ​ຈີນກັບ​ເຢຍລະ​ມັນ, ລະຫວ່າງ​ຈີນ​ກັບ​ສະຫະພາ​ບ​ເອີຣົບ, ພ້ອມ​ດ້ວຍ​ບັນຫາ​ສາກົນ​ແລະ​ພາກ​ພື້ນທີ່ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.