ສື່​ອິນ​ເດຍຕີ​ລາຄາ​ສູງ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຊາວ​ໜຸ່ມ​ອິນ​ເດຍ

(GMT+08:00) 2013-05-17 12:03:48     cri
ວັນ​ທີ 15 ພຶດສະພາ​ນີ້, ຢູ່​ທີ່​ຫໍ​ຮັບ​ແຂກ​ຈືກ​ວາງ​ເກີ​ທຳນຽບຈົ່ງ​ໜານ​ໄຫນະຄອນຫຼວງ​ປັກ​ກິ່ງ,ທ່ານ​ລີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນ​ຮັບ​ແລະ​ພົບ​ປະ​ຜູ້​ແທນ​ຊາວ​ໜຸ່ມ​ຈີນ​ແລະ​ອິນ​ເດຍ​ແລະ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຕໍ່​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ອິນ​ເດຍຈຳນວນ​ຮ້ອຍ​ຄົນ​ທີ່​ເດີນທາງ​ມາ​ຢ້ຽມຢາມ​ຈີນ. ສື່​ອິນ​ເດຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ເລື່ອງ​ນີ້.

ໜັງສືພິມ The Hindu ສະບັບ​ວັນ​ທີ 15ພຶດສະພາ​ນີ້​ໄດ້​ລົງ​ພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ: ທ່ານ​ນາຍົກ​ລີ​ເຄີ້ສຽນຕ້ອນຮັບ​ແລະ​ພົບ​ປະ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ອິນ​ເດຍ​ໄດ້​​ເປັນ​ການສົ່ງ​ສັນຍານ​ທີ່​ດີ, ​ແລະ​ໄດ້​ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່​ ​ການ​ຢ້ຽມຢາມ​ອິນ​ເດຍຂອງ​ທ່ານ​ໃນ​ອະນາຄົດ​ອັນ​​ໃກ້ໆ​ນີ້.

ໜັງສືພິມ The Times of India ກໍ​ໄດ້​ລົງ​ພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ: ​ໃນ​ເວລາ​ພົບ​ປະ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ອິນ​ເດຍ, ທ່ານ​ນາຍົກ​ລີ​ເຄີ້ສຽງ​ໄດ້​ສະ​ແດງ​ທ່າ​ທີ​ທີ່​ມີ​ລັກສະນະ​ສ້າງສັນ​ຕໍ່​ການ​ພົວພັນ​ຈີນ​ອິນ​ເດຍ, ຊຶ່ງ​ໄດ້​ປົວ​ແປງ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ສອງ​ປະ​ເທດ​ທີ່​ເກີດ​ຂຶ້ນ​ຍ້ອນ​ບັນຫາ​ຊາຍ​ແດນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ນະ​ໂຍບາຍ​ຂອງ​ລັດຖະບານ​ຈີນ​ທີ່​ປະຕິບັດ​ຕໍ່​ອິນ​ເດຍ​ໄດ້​ຫັນປ່ຽນ​ໄປ​ສູ່​ທິດ​ທີ່​ມີ​ຄວາມ​ຕັ້ງໜ້າ​ຫຼາຍ​ຂຶ້ນກວ່າ​ເກົ່າ.