ທ່ານ​ສີ​ຈິ້ນຜິ​ງ​ໃຫ້​ກຽດ​ຕ້ອນຮັບ​ຜູ້ຕາງໜ້າ​ຂອງ​ໜ່ວຍ​ງານ​ແລະ​ພະນັກງານ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ເຄື່ອງ​ດຳນ້ຳ​ບັນທຸກ​ມະນຸດ

(GMT+08:00) 2013-05-17 17:37:08     cri
ວັນ​ທີ 17 ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່າ​ນສີ​ຈິ້ນຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູນິດ​, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້ພົບ​ປະ​ກັບ​ຜູ້​ຕາງໜ້າ​ຂອງ​ໜ່ວຍ​ງານ​ແລະ​ພະນັກງານ​ທີ່​ປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ເຄື່ອງ​ດຳນ້ຳ​​ບັນທຸກ​ມະນຸດ​ຂອງ​ຈີນ, ໂດຍໄດ້ສະ​ແດງ​ຄວາມ​ຊົມ​ເຊີຍຢ່າງ​ອົບ​ອຸ່ນ​ແລະ​ກ່າວຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າ​ງຈິງ​ໃຈ​ໄປ​ຍັງ​ພະນັກງານ​ວິທະຍາສາດ​ເຕັກ​​ໂນ​ໂລ​ຊີ​ຈຳນວນ​ຫຼວງຫຼາຍທີ່​ສຳ​ເລັດ​ໜ້າ​ທີ່​ການ​ທົດ​ລອງ​ດຳນ້ຳທະ​ເລ​ເລິກ​ຂອງ​ເຄື່ອງ​ດຳນ້ຳບັນທຸກ​ມະນຸດ "ຈ່ຽວຫຼົງ", ປຸກລະດົມໃຫ້​ພະນັກງານ​ທັງຫຼາຍໃຫ້ສາມັກຄີກັນ, ພ້ອມກັນ​ບາກ​ບັ່ນ​ສູ້​ຊົນ, ບຸກ​ເບີກ​ພັດທະນາ, ເຮັດໃຫ້​ວຽກ​ງານ​ທະ​ເລ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ຈີນ​ເປັນ​ປະ​ເທດ​​ເຂັ້ມ​ແຂງ​ທາງ​ທະ​ເລ.