ນາຍົກ​ຈີນ​ກ່າວ​ເນັ້ນ​ວ່າ​ຄວນ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຫັນ​ໜ້າ​ໄປ​ສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ​ໃຫ້​ໝັ້ນຄົງຕື່ມ​ອີກ

(GMT+08:00) 2013-05-20 17:57:53     cri
ວັນ​ທີ 20 ພຶດສະພາ​ນີ້,ຢູ່​ນະຄອນຫຼວງ​ນີວ​ແດນ​ລີ​ຂອງ​ອິນ​ເດຍ, ທ່ານ​ລີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ມານ​ໂມ​ຮານ​ຊິງ ນາຍົກລັດຖະມົນຕີອິນ​ເດຍ, ທ່ານ​ລີ​ເຄີ້ສຽງ​ກ່າວ​ເນັ້ນ​ວ່າ: ຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອິນ​ເດຍ​ໃຫ້​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ​ອັນ​ໃໝ່, ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຫັນ​ໜ້າ​ໄປ​ສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ​ໃຫ້​ໝັ້ນຄົງຕື່ມ​ອີກ. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ຮ່ວມ​ກັນດຳ​ເນີນການ​ຮ່ວມ​ມື​ດ້ານ​ໂຄງການ​ໃຫຍ່​ໃນ​ຂົງ​ເຂດ​ຕ່າງ​ໆ​ເປັນ​ຕົ້ນ​ແມ່ນ​ເຂດ​ນິ​ຄົມ​ອຸດ​ສາຫະກຳ​ແລະພື້ນຖານ​ໂຄ​ງລ່າງ, ຮ່ວມ​ກັນ​ລິ​ເລີ່​ມກໍ່ສ້າງ​ແລວ​ທາງ​ເສດຖະກິດ​ຈີນ​,ອິນ​ເດຍ,ມຽນມາ​ແລະບັງ​ກຼາ​ເດັດ,ຊຸກ​ຍູ້​ໃຫ້​ສອງ​ຕະຫຼາດ​ໃຫຍ່​ຈີນ​ອິນ​ເດຍ​ໃຫ້​ເຊື່ອມ​ຕໍ່​ກັນ​ຢ່າງ​​ແໜ້ນ​ແຟ້ນ.

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ມານ​ໂມ​ຮານ​ຊິງ ນາຍົກລັດຖະມົນຕີອິນ​ເດຍ, ທ່ານ​ລີ​ເຄີ້ສຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ​ຫຼວງ​ນີວ​ແດນ​ລີ​ໃນ​ຕອນ​ບ່າຍ​ວັນ​ທີ 19 ພຶດສະພາ​ນີ້​ໂດຍ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອິນ​ເດຍຢ່າງ​ເປັນ​ທາງ​ການ. ​ໃນບົດ​ປາ​ໃສ​ຂອງ​ທ່ານ​ລີ​ເຄີ້ສຽງ​ທີ່​ແຈກ​ຢາຍ​ຢູ່​ສະໜາມ​ບິນ​ໄດ້​ຂຽນ​ວ່າ: ​ໃນ​ຖານະ​ເປັນ​ສອງ​ປະ​ເທດ​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ​ຂອງ​​ໂລກ​ໃນ​ປະຈຸ​ບັນ, ການ​ພົວພັນ​ຈີນ​ອິນ​ເດຍ​ໄດ້ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ,ປອດ​ໄສ​ແລະ​ໝັ້ນ​ທ່ຽງ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ສອງ​ປະ​ເທດ, ​ແລະ​ມີ​ຜົນ​ດີ​ຕໍ່​ສັນຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ. ລັດຖະບານຈີນ​ໃຫ້​ຄວາ​ສຳຄັນ​ໃນ​ລະດັບສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວພັນ​ກັບ​ອິນ​ເດຍ, ຖື​ອິນ​ເດຍ​ເປັນ​ຄູ່​ຮ່ວມ​ມື​ແລະ​ໝູ່​ເພື່ອນ​ທີ່​ສຳຄັນ. ​ເຊື່ອ​ວ່າ,ການ​ຢ້ຽມຢາມຄັ້ງນີ້​ຈະ​ບັນລຸ​ຈຸດປະສົງ​ທີ່​ຊຸກ​ຍູ້​ການ​ແລກ​ປ່ຽນ, ລົງ​ເລິກ​ການ​ຮ່ວມ​ມື,​ເພີ່ມທະວີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ປັບປຸງ​ມິດຕະພາບ​ໃຫ້​ໝັ້ງຄົງ, ​ເພີ່ມ​ພະລັງ​ແຮງ​ໃໝ່​​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຫັນ​ໜ້າ​ໄປ​ສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເ​ລີ​ນຮຸ່ງ​ເຮືອງ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຢ້ຽມຢາມ​ອິນ​ເດຍ, ທ່ານ​ລີ​ເຄີ້ສຽງ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກ​ມານ​ໂມ​ຮານ​ຊິງ, ທ່ານ​ມູ​ເຄີ​ຈີ ປະທານາທິບໍດີ​​ແລະ​ຜູ້ນຳ​ອິນ​ເດຍທ່ານອື່ນໆ,​ເພື່ອ​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ກາ​ນພົວພັນ​ລະຫວ່າງ​ສອງ​ຝ່າຍ,ບັນຫາ​ໃນ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈຮ່ວມ​ກັນ.ນອກຈາກ​ນັ້ນ,ທ່ານ​ນາຍົກ​ລີ​ເຄີ​ສ້ຽງ​ຍັງ​ຈະ​ກ່າວ​ປາຖະກະຖາ​ກ່ຽວ​ກັບ​ການ​ພົວພັນ​ຈີນ​ອິ​ນ​ເດຍ,​ແລະ​ຈະ​ເຂົ້າ​ຮ່ວມ​ກິດຈະກຳ​ສຳຄັນ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຈີນ​ອິນ​ເດຍ.