ສປປລາວຈັດ​ການ​ແຂ່ງຂັນ"ຂົວພາສາ​ຈີນ"ພາກ​ນັກ​ສຶກສາມະຫາວິທະຍາ​ໄລຄັ້ງ​ທີ8

(GMT+08:00) 2013-05-21 16:09:58     cri

ນ​ທີ21ພຶດສະພາ​ນີ້​ຢູ່​ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ, ສປປລາວ​ໄດ້​ຈັດການ​ແຂ່ງຂັນ"ຂົວພາສາ​ຈີນ"ພາກ​ນັກ​ສຶກສາ​ມະຫາວິທະຍາ​ໄລຄັ້ງ​ທີ 8 ເພື່ອ​ຄັດ​ເລືອກ​​ຕົວ​ແທນ​​ນັກ​ສຶກສາລາ​ວ​ເຂົ້າຮ່ວມ​ການ​ແຂ່ງຂັນ"ຂົວ​ພາສາ​ຈີນ"ຄັ້ງ​ທີ12ທີ່​ສປຈີນ. ​ທ່ານ​ອູ​ຈື້ອູ, ​ອຸປະ​ທູດ​ແຫ່ງ​ສປຈີນ​ປະຈຳ​ລາວ, ທ່ານ​ບຸນ​ເພັງ ສົມ​ຈັນ​ມະ​ວົງ,​ ຮອງ​ຫົວໜ້າ​ກົມ​ອາຊີວະ​ສຶກສາ​ກະຊວງ​ສຶກສາ​ທິການ​ແລະ​ກິລາ, ​ແລະ​ບັນດາ​ແຂກທີ່​ຮັບ​ເຊີນ​ຈາກ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ​ໄດ້ເຂົ້າ​ຮ່ວມຢ່າງ​ພ້ອມ​ພຽງ.


​  ໃນການ​ແຂ່ງຂັນ​ຄັ້ງ​ນີ້​, ມີ​ນັກ​ສຶກສາ​ພາກ​ວິຊາ​ພາສາ​ຈີນ​ທັງ​ໝົດ28ຄົນ​ເຂົ້າ​ຮ່ວມ, ​ໃນ​ນັ້ນ, ມີ8ຄົນ​ໄດ້​ຜ່ານ​ເຂົ້າ​ສູ່​ຮອບ​ສຸດ​ທ້າຍ. ​ຜ່ານ​ການ​​ແຂ່ງຂັນກ່າວ​ປາຖະ​ກະຖາ, ​ແລະການສະ​ແດງ​ສິລະ​ປະວັດທະນະ​ທຳ​ຈີນ, ​ໃນ​ທີ່​ສຸດ,​ ນາງ​ກິ​ຕາ ອາ​ສິດ​ນິພາບ​ໄດ້​ຮັບ​ລາງວັນ​ທີ1, ທ້າວ​ເລັ່ງລີ​ໄດ້​ຮັບ​ລາງວັນ​ທີ2,​ນາງ​ມະ​ໂນ​ລາ ຈັນທະ​ວອນ​ໄດ້​ຮັບ​ລາງວັນ​ເວົ້າ​ພາສາ​ດີ​ເດັ່ນ,​​ ແລະ​ນາງ​ພອນ​ມິ​ບ ບາ​ວີ​ຄຳ​ໄດ້​ຮັບ​ລາງວັນ​ການສະ​ແດງ​ຄວາ​ມສາມາດ​ດີ​ເດັ່ນ. ຫຼັງ​ຈາກ​ງານ​ແຂ່ງຂັນ​ຄັ້ງ​ນີ້,​ ຜູ້​ໄດ້​ລາງວັນ​ທີ1ຈະ​ເປັນ​ຕົວ​ແທນ​ຂອງ​ນັກ​ສຶກສາລາ​ວ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດຂອງງານແຂ່ງຂັນ"ຂົວພາສາຈີນ"ຄັ້ງທີ12ທີ່ຈະຈັດຂຶ້ນຢູ່ແຂວງຫູນານຈີນ, ເຊິ່ງມີຫົວຂໍ້ວ່າ"ປະເທດຈີນແຫ່ງຄວາມຝັນຂ້ອຍ", ຮອດເວລານັ້ນ,​ຈະມີນັກ​ສຶກສາ​ດີ​ເດັ່ນ​ທີ່ມາ​ຈາກ70ກວ່າ​ປະ​ເທດ​ເຊິ່ງລວມທັງ​ປະ​ເທດ​ລາວ​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ​ແລະ​ສະ​ແດງ​ຄວາມ​ສາມ​າດຂອງ​ຕົນ.

1 2 3 4 5