ຈີນ​ລາວ​ຮ່ວມ​ມື​ກັນ​ມ້າງ​ຄະດີ​​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ຕາມ​ຊາຍ​ແດນ​ຕາມ​ລຳ​ແມ່​ນ້ຳຂອງ​​ໄດ້​ສຳ​ເລັດ

(GMT+08:00) 2013-05-21 16:02:28     cri
ກົມ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໃຫ້​ຮູ້ວ່າ: ​ເດືອນ​ມີນາ​ຜ່ານ​ມາ,ສອງ​ປະ​ເທດ​ຈີນ​ລາວ​ໄດ້​ຮ່ວມ​ມື​ກັນ​ມ້າງ​ຄະດີ​ຄ້າ​ຢາ​ເສບ​ຕິດ​ລາຍໃຫຍ່ຕາມ​ຊາຍ​ແດນ​ຕາມ​ລຳ​ແມ່​ນ້ຳຂອງໄດ້​ຢ່າງ​ສຳ​ເລັດ​ຜົນ, ​ສາມາດ​ຍຶດຢາ​​ໄອສ໌ ​ໄດ້579ກິ​ໂລ7ຂີດ, ຈັບ​ຜູ້​ຕ້ອງ​ຫາ​ໄດ້ 5 ຄົນ, ກັກ​ເຮືອ​ທີ່ກໍ່ຄະດີ ລຳ​ໜຶ່ງ.

ນີ້​ແມ່ນ​ຄະດີ​ຢາ​ເສບ​ຕິດ​ຂ້າມ​ຊາດ​ລາຍ​ທຳ​ອິດ​ທີ່​ສອງ​ປະ​ເທດ​ຈີນ​ລາວ​ມ້າງ​ໄດ້​ຢ່າງ​ສຳ​ເລັດ​ຜົນ​ໂດຍ​ນຳ​ໃຊ້​ກົນ​ໄກ​ຮ່ວມ​ມື​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງລະຫວ່າງ​ຈີນ,ລາວ,​ມຽນມາ​ແລະ​ໄທ. ຜູ້​ຕ້ອງ​ຫາ​ທີ່​ຖືກ​ຈັບ​ຕົວ​ນັ້ນ​ແມ່ນ​ສະມາຊິກຂອງ​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດທີ່​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈຳນວນ​ຫຼວງຫຼາຍ​ຕາມ​ລຳ​​ແມ່​ນ້ອງ​ຂອງ​ເປັນ​ເວລາ​ຍາວ​ນານ​ຜ່ານ​ມາ,ຊຶ່ງ​ຕົ້ນຕໍ​ເຄື່ອນ​ໄຫວ​ຢູ່​ເຂດ​ສາມຫຼ່ຽມ​ຄຳ​ແມ່​ນ້ຳຂອງ​ທີ່​ຢູ່​ເຂດ​ຕໍ່​​ແດນ​ລະຫວ່າງ​ມຽນມາ, ລາວ​ແລະ​ໄທ, ​ແລະ​ໄດ້​ຈັດ​ຕັ້ງ​ການ​ຂົນ​ສົ່ງ​ແລະ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຢ່າງ​ຂະໜາດ​ໃຫຍ່​ມາ​ຫຼາຍ​ເທື່ອ.

ທ່ານ​ອີ​ໄຫ​ປິ່ນ ຫົວໜ້າ​ກົມ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ​ຈີນ​​ແຈ້ງ​ໃຫ້​ຊາບ​ວ່າ: ການ​ມ້າງ​ຄະດີ​ຄ້າ​ຢາ​ເສບ​ຕິດ​ລາຍ​ນີ້​ໄດ້​ສ້າງ​ຮູບ​ແບບ​ໃໝ່​ໃນ​ການ​ຮ່ວມ​ມື​ກັນ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ, ​ແຕ່​ການ​ແລ​ກປ່ຽນ​ຂ່າວ​ລັບ​ຕະຫຼອດ​ຮອດ​ການ​ກວດກາ​ແລະ​ສືບສວນ​ຮ່ວມ​ຕາມ​ເຂດ​ນ້ຳ​ຕ່າງປະ​ເທດ,ລ້ວນ​ແຕ່​ໄດ້​ຮັບ​ການ​ຢືນຢັນ​ໃນ​ລະດັບ​ສູງ​ຈາກ​ທັງ​ສອງ​ປະ​ເທດ​ຈີນ​ລາວ, ຊຶ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມທີ່​ວ່າການ​ຮ່ວມ​ກັນ​ປະຕິບັດ​ກົດໝາຍ​ໄດ້​ມີ​ການ​ປະຕິ​ບັດ​ຕົວ​ຈິງ​ແລະ​ກ້າວ​ສູ່​ລວງ​ເລິກ​ເປັນ​ກ້າວໆ.