ທາງເດີນ​ເຮືອ​ຕາມ​ລຳ​ແມ່ນ້ຳຂອງ​ເລີ່​ມມີ​ຄວາມ​ສະຫງົບ​ນັບ​ຕັ້ງ​ແຕ່​ຈີນລາວມຽນມາ​ແລະ​ໄທ​ດຳ​ເນີນ​ການ​ເຄື່ອນ​​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​ມາ​ເປັນ​ເວລາ​ເດືອນ​ກວ່າ

(GMT+08:00) 2013-05-21 12:04:50     cri
ຫວ່າງ​ມໍ່ໆ​ນີ້, ​ແຫຼ່ງຂ່າວຈາກກອງ​ບັນຊາ​ການການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​ຈີນ,​ ລາວ, ​ມຽນມາ​ແລະ​ໄທລາຍ​ງານ​ວ່າ, ​ເມື່ອສີ່​ປະ​ເທດ​ຈີນ, ​ລາວ, ​ມຽນມາ​​ແລະໄທໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ມາ​ເປັນ​ເວລາ​ເດືອນ​ກວ່າ​ມາ​ນີ້, ​ໄດ້​ເປັນ​ການປາບປາມຢ່າງ​ແຂງ​ແຮງ​ຕໍ່​ກຸ່ມ​ຄ້າ​ຂາຍຢາ​ເສບ​ຕິດ​ຢູ່​ເຂດ​ລ່ອງ​ແມ່ນ້ຳຂອງ, ​ເຮັດ​ໃຫ້ການກະທຳ ຜິດ​ດ້ານ​ຢາ​ເສ​ບຕິດ​ລາຍ​ໃຫຍ່​ຢູ່​ເຂດ​ລ່ອງ​ແມ່ນ້ຳຂອງ​ໄດ້​ຖືກ​ສະກັດ​ກັ້ນຢ່າງ​ແຂງ​ແຮງ​ແລະ​ຕໍ່​ເນື່ອງ.

ຢູ່ກອງ​ບັນຊາ​ການ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​ຂອງ​ສີ່​ປະ​ເທດທີ່​ຕັ້ງຢູ່ກິ່ງ ​ແຂວງ​ສິບ​ສອງ​ຜັ່ນນາ​​ແຂວງ​ຢຸນນານຈີນ, ທ່ານ​ລານ​ເວີ້​ຍຫົງ, ຜູ້​ຮັບ​ຜິ​ດຊອບ​ຝ່າຍ​ຈີນ​ກ່າວ​ວ່າ, ພາຍ​​ໃນ​ເວລາ​ພຽງ​ໜຶ່ງ​ເດືອນ​ເທົ່າ​ນັ້ນ, ສີ່​ປະ​ເທດ​ຈີນ, ​ລາວ​, ມຽນມາ​ແລະ​ໄທ​ໄດ້​ມ້າງ​ຄະດີ​ກ່ຽວ​ກັບການກະທຳ​ຜິດ​ດ້ານ​ຢາ​ເສບ​ຕິດຕາມ​ລຳ​ແມ່ນ້ຳຂອງ 560 ຄະດີ; ຈັບ​​ໄດ້​ຜູ້​ກະທຳ​ຜິດຈຳນວນ 812 ຄົນ ທີ່ມີ​ສັນຊາດຈີນ​, ລາວ, ​ມຽນມາ, ​ໄທ​​ແລະຫວຽດນາມ​, ຍຶດ​ໄດ້ຢາ​ເສບ​ຕິດ​ປະເພດ​ຕ່າງໆ ​ເຊັ່ນ: ​ເຮ​ໂລ​ອິນ , ​ຢາມ້າ​ແລະ​ຢາ​ຝິ່ນທັງ​ໝົດ 1931 ກິໂລກະລາມ, ​​ເຊິ່ງມີ​ມູນ​ຄ່າຫຼາຍລ້ານ​ຢວນພ້ອມ​ດ້ວຍອາວຸດ​ປືນ​ແລະ​ລູກປືນຈຳນວນ​ໜຶ່ງ.