ນາຍົກຈີນ​ແລະ​ນາຍົກອິນ​ເດຍຮ່ວມ​ກັນ​ຖະ​ແຫຼງ​ຂ່າວ

(GMT+08:00) 2013-05-21 12:58:02     cri


ທ່ານຫຼີເຄີ້ສຽງແລະທ່ານຊີງຮ່ວມກັນຖະແຫຼງຂ່າວ

ວັນ​ທີ 20 ພຶດສະພາ​ນີ້, ພາຍຫຼັງການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ສຳ​ເລັດ​ລົງ, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​ມານ​ໂມ​ຮານ ຊິງ, ນາຍົກລັດຖະມົນຕີອິນ​ເດຍ​ໄດ້ຮ່ວມ​ກັນຖະ​ແຫຼງ​ຂ່າວ.


ທ່ານຫຼີເຄີ້ສຽງແລະທ່ານຊີງຮ່ວມກັນຖະແຫຼງຂ່າວ

ທ່ານຫຼີ​ເຄີ້ສຽງກ່າວ​ວ່າ, ຂ້າພະ​ເຈົ້າ​ແລະ​ທ່ານ​ນາຍົກ​​​ລັດຖະມົນຕີມານ​ໂມ​ຮານ ຊິງໄດ້​ດຳ​ເນີນການ​ເຈລະຈາຢ່າງ​​ເປີດ​ອົກ​ເປີດ​ໃຈ​ແລະມີ​ໄມຕີ​ຈິດ​ມິດຕະພາບ​, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ, ກຳນົດ​ທິດ​ຂະຫຍາຍຕົວ​ແຫ່ງ​ການ​ຮ່ວມ​ມື​ໃນ​ຫຼາຍຂົງ​ເຂດ, ​ແລະ​ໄດ້ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ດ້ານ​ຍຸດ​ທະ​ສາດ, ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃ​ຈດ້ານ​ຍຸດ​ທະ​ສາດລະຫວ່າງ​ສອງ​ຝ່າຍ​ກໍ​ໄດ້​ເພີ່ມ​ຂຶ້ນ. ພວກ​ຂ້າພະ​ເຈົ້າ​ເປັນ​​ເອກະສັນ​ກັນ​ເຫັນ​ວ່າ, ສອງ​ປະ​ເທດ​ຈີນ​ອິນ​ເດຍຄວນ​ຖື​ການ​ພັດທະນາ​ຂອງ​ປະ​ເທດ​ກົງກັນຂ້າມ​ເປັນ​ໂອກາດ​ການ​ພັດທະນາ​ອັນ​ໃຫຍ່​ຫຼວງຂອງ​ປະ​ເທດ​ຕົນ, ຈີ​ນ​ອິນ​ເດຍຢູ່​ຮ່ວມ​ກັນ​ດ້ວຍ​ຄວາມປອງ​ດອງ​ກັນຈະ​ສ້າງ​ຈຸດ​ຮຸ່ງ​ໃສ​ອັນ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຂອງ​ອາຊີ, ການ​ພັດທະ​ນາ​ຮ່ວມ​ຂອງ​ຈີນ​ແລະ​ອິນ​ເດຍຈະ​ເປັນ​ແມ່ແຮງ​ໃໝ່ທີ່​ຊຸກຍູ້​ເສດຖະກິດ​ໂລກ. ລະຫວ່າງຈີນ​ແລະ​ອິນ​ເດຍມີ​ຜົນ​ປະ​ໂຫຍ​ດຮ່ວມຫຼາຍກວ່າ​ຄວາມ​ຂັດ​ແຍ່ງ​ກັນ, ສອງ​ປະ​ເທດ​ສາມາດຮຽນເອົາ​ແບບຢ່າງ​ອັນ​ດີງາມຈາກປະຫວັດສາດ​ອັນ​ຍາວນານຂອງ​ສອງ​ປະ​ເທດ, ຖອດ​ຖອນ​ແລະ​ນຳ​ໃຊ້​ບົດຮຽນ​ອັນ​ອຸ​ດົມ​ສົມບູນ, ​ແກ້​ໄຂ​ບັນ​ຫາ​ແລະ​ຄວາມ​ຂັດ​ແຍ່ງ​ກັນດ້ວຍ​ທ່າ​ທີທີ່​ເຫັນ​ກວ້າງ​ມອງ​ໄກ​ແລະ​ດ້ວຍ​ຄວາມຈິງ​ໃຈ.

ທ່ານ​ມານ​ໂມ​ຮານ ຊິງກ່າວ​ວ່າ, ການ​ເຄົາລົບ​ນັບຖື​​ເຊິ່ງກັນ​ແລະ​ກັນ​ແລະ​ການ​ແລກປ່ຽນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແມ່ນ​ບັນຍາ​ກາດ​ຫຼັກ​ການພົວພັນ​ລະຫວ່າງ​ອິນ​ເດຍ ກັບ​ຈີນ, ຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແມ່ນ​ພື້ນຖານ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງສອງ​ປະ​ເທດບໍ່​ໄດ້​ກາຍ​ເປັນ​ອຸປະສັກ​ກີດ ຂວາງ​ການ​ພົວພັນ​ອິນ​ເດຍ-ຈີນ, ພວກ​ຂ້າພະ​ເຈົ້າມີ​ສະຕິ​ປັນຍາ​ແລະ​ບົດຮຽນ​ທີ່​ສາມາດ​ແກ້​ໄຂບັນຫາ​ຕ່າງໆ​ທີ່​ມີ​ຢູ່​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເໝາະ​ສົມ. ອິນ​ເດຍຈີນ​ຮ່ວມ​ມື​ກັນ​ບໍ່​ພຽງ​ແຕ່​ຈະ​ສາມາດ​ຊຸກຍູ້​ການ​ພັດທະນາ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ເທົ່າ​ນັ້ນ, ​ແຕ່ ຍັງ​ຈະ​ປະກອບສ່ວນ​ອັນຕັ້ງໜ້າ​ເຂົ້າ​ໃນ ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ ກໍ​ຄື​ຂອງ​ໂລກ​ອີກ​ດ້ວຍ.


ທ່ານຫຼີເຄີ້ສຽງແລະທ່ານຊິງເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານ

ກ່ອນຈະ​ຖະ​ແຫຼງຂ່າວ​ຮ່ວມ​ກັນ, ນາຍົກລັດຖະມົນຕີສອງທ່ານ​ຍັງ​ໄດ້​ຮ່ວມ​ກັນ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​​ໃນເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ ​ເປັນຕົ້ນ​ແມ່ນ: ​ເສດຖະກິດ​ການ​ຄ້າ, ກະສິກຳ, ວັດທະນະທຳ, ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ໄປມາຫາ ສູ່​ກັນ​ລະຫວ່າງ​ທ້ອງ​ຖິ່ນ.