ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ມຽນມາ​ດີ​ຂຶ້ນ​ຄືນ​ໃໝ່

(GMT+08:00) 2013-05-22 17:06:46     cri
ວັນ​ທີ 20 ພຶດສະພາ​ນີ້, ຢູ່​ທຳນຽບຂາວ​ອາ​ເມ​ລິ​ກາ, ທ່ານ​ບາຣັກ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເທັນ​​ເຊັນ ປະທານາທິບໍດີ​ມຽນມາ​ທີ່​ເດີນທາງ​ມາ​ຢ້ຽມຢາມ. ນີ້​ແມ່ນ​ປະ​ມຸກລັດ​ມຽນມາ​ທີ່​ເດີນທາງ​ໄປຢ້ຽມຢາມ​ອາ​ເມ​ລິ​ກາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 47 ປີ​ມາ​ນີ້.

ນັບ​ແຕ່​ລັດຖະບານ​ມຽນມາ​ຊຸດ​ປະຈຸ​ບັນ​ຂຶ້ນ​ຄອງ​ອຳນາດ​ໃນ​ເດືອນ​ມີນາ​ປີ2011​ມາ​ນີ້, ການ​ພົວພັນ​ລະຫວ່າງ​ມຽນມາ​ກັບ​ອາ​ເມ​ລິ​ກາ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອາ​ເມ​ລິ​ກາ​ໄດ້ຄ່ອຍໆ​ຜ່ອນ​ຍານ​ການ​ລົງ​ໂທດ​ຕໍ່​ມຽນມາ​ທີ່​ປະຕິບັດ​ມາ​ແຕ່​ປີ1996​. ​ເດືອນ​ພະຈິກ​ປີ​ກາຍ​ນີ້, ທ່ານ​ໂອບາມາ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ມຽນມາ, ​ແລະເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາຜູ້​ທຳ​ອິດ​ທີ່​ໄປ​ຢ້ຽມຢາມ​ມຽນມາ.

ນັກວິ​ເຄາະ​ເຫັນ​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ອາ​ເມ​ລິ​ກາ​ແລະ​ມຽນມາ​ໄດ້​ສະ​ແດງ​ທ່າ​ທີ​ເປັນ​ມິດ​ຊຶ່ງ​ກັນ​ແລະ​ກັນ​ຫຼາຍ​ຂຶ້ນ, ​​ເວົ້າ​ເຖິງສາ​ເຫດ​ແລ້ວ​ມັນ​ບໍ່​ສາມາດ​ຫຼຸດ​ພົ້ນຈາກ​ສາ​ເຫດວ່າ​ທັງ​ສອງ​ປະ​ເທດ​ຢາກ​ໄດ້ຜົນ​ປະ​ໂຫຍ​ດຂອງ​ຕົນ​ທັງ​ນັ້ນ.​ເວົ້າ​ສຳລັບ​ອາ​ເມ​ລິ​ກາ​ແລ້ວ, ​ເນື່ອງ​ຈາກ​ວ່າ​ໄດ້​ຫຍຸ້ງ​ຍາກນຳ​ສົງຄາມ​ຕ້ານ​ການ​ກໍ່ການ​ຮ້າຍ​ໃນ​ຫຼາຍ​ປີ​ມາ​ນີ້,ມັນ​ຫຼີກ​ເວັ້ນບໍ່​ໄດ້​ທີ່ໄດ້ເຮັດ​ໃຫ້​ບົດບາດ​ຂອງ​ອາ​ເມ​ລິ​ກາ​ໃນ​​​ເວທີໂລກຕົກ​ຕ່ຳລົງ, ​ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ, ​ເຈດຕະນາ​ທີ່​ຢາກ​ກັບ​ຄືນ​ສູ່​ອາຊີ​ປາຊີ​ຟິກຂອງ​ອາ​ເມ​ລິ​ກາ​ກໍ່​ນັບ​ມື້​ນັບ​​ແຮງ​ ​ຂຶ້ນຕື່ມ. ສ່ວນ​ມຽນມາ​ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ອາ​ຊຽນມີ​ຖານະ​ສຳຄັນ​ທີ່​ສຸດ​ໃນ​ດ້ານ​ທີ່​ຕັ້ງ​ ​ທາງ​ຍຸດ​ທະ​ສາດ, ສະ​ນັ້ນ, ການ​ປັບປຸງ​ການ​ພົວພັນ​ກັບ​ມຽນມາ​ໃຫ້​ດີ​ຂຶ້ນ​ນັ້ນ​ແມ່ນ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ກັບ​ຄືນ​ສູ່​ອາຊີ​ປາຊີ​ຟິກ.

ເວົ້າ​ສຳລັບ​ມຽນມາ​ແລ້ວ, ກໍ່​ມີ​ຄວາມ​ຕ້ອງການ​ໃນ​ການ​ປັບປຸງ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ​ໃຫ້​ດີ​ຂຶ້ນ, ນອກຈາກ​ການ​ພັດທະນາ​ເສດຖະກິດ​ແມ່ນ​ຕ້ອງການ​ໃຫ້​ອາ​ເມ​ລິ​ກາ​ຍົກ​ເລີກ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ແລ້ວ, ມຽນມາ​ຍັງ​ຕ້ອງການ​ຜ່ານ​ຈາກ​ການ​ສ້າງການ​ພົວພັນ​ທີ່​ດີ​ກັບປະ​ເທດ​ໃຫຍ່​ທີ່​ສຳຄັນ​ໃນ​ໂລກ​ເພື່ອ​ກັບ​ຄືນ​ສູ່​ເວທີ​ສາກົນ.

ແຕ່​ວ່າ, ການ​ພົວພັນ​ທີ່​ສະໜິດສະໜົມ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ມຽນມາ​ຈະ​ສາມາດ​ຮັກສາ​ໄດ້​ດົນ​ປານ​ໃດ?ການພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ​ມີ​ທ່າ​ອ່ຽງຂະຫຍາຍຕົວ​ແນວ​ໃດ, ມັນ​ຍັງ​ຄົງ​ຂຶ້ນ​ກັບ​ສາ​ເຫດ​ດ້ານ​ຜົນ​ປະ​ໂຫຍ​ດຂອງ​ໃຜລາວ. ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າ​ງອາ​ເມ​ລິ​ກາກັບ​ມຽນມາ​ແມ່ນ​ຢູ່​ບົນ​ພື້ນຖານ​ທີ່​ປະຕິບັດ​ຕາມ​ຫຼັກການ "ການ​ເຄື່ອນ​ໄຫວ​ຕໍ່​ການ​ເຄື່ອນ​ໄຫວ". ອາ​ເມ​ລິ​ກາ​ສົນ​ໃຈ​ນຳ​ການ​ປະຕິ​ຮູບ​ດ້ານ​ປະຊາທິປະ​ໄຕ​ແລະ​ທາງ​ສັງຄົມ​ຂອງ​ມຽນມາ, ຖ້າວ່າ​ມີ​ການ​ປະຕິ​ຮູບ​ຫຼາຍ​ຂຶ້ນ, ການ​ລົງ​ໂທດ​ດ້ານ​ເສດ​ຖະກິດ​ກໍ່​ຈະ​ຫຼຸດ​ໜ້ອຍ​ລົງ​ແລະຈະ​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ທີ່​ດີ​ກວ່າ,​ແຕ່​ໃນ​ທາງກົງກັນຂ້າມ, ຖ້າວ່າ​ອາ​ເມ​ລິ​ກາ​ເຫັນ​ວ່າການ​ປະຕິ​ຮູບ​ຂອງມຽນມາ​ໜ້ອຍ​ລົງ​, ການ​ລົງ​ໂທດ​ດ້ານ​ເສດຖະກິດ​ກໍ່​ຈະ​ເຂັ້ມງວດ​ຂຶ້ນ​ຕື່ມ,​ແລະ​ທ່າ​ທີ​ຂອງ​ອາ​ເມ​ລິ​ກາ​ຕໍ່​ມຽນມາກໍ່​ຈະ​ແຂງ​ກະດ້າງ​ຂຶ້ນ​ຕື່ມ.

ສາມາດ​ເຫັນ​ໄດ້​ວ່າ: ທ່າ​ທີ​ທີ່​ດີ​ຂອງ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ມຽນມາ​ແມ່ນ​ຍັງມີ​ເງື່ອນ​ໄຂ, ຍັງ​ສະຫງວນ​ວິທີ​ລົງ​ໂທດ​ຕໍ່​ມຽນມາ​ຢ່າງ​ຫຼວງ​ຫຼາຍ​ຄື​ເກົ່າ,ສ່ວນ​ມຽນມາ​ກໍ່​ມີ​ຈຸດ​ຢືນ​ທີ່​ຄອຍ​ເບິ່ງ​ມາດ​ຕະການ​ຕົວ​ຈິງ​ຂອງ​ອາ​ເມ​ລິ​ກາ​ກ່ອນ, ນີ້​ກໍ່​ໝາຍ​ຄວາມ​ວ່າ​ສອງ​ປະ​ເທດ​ນີ້​ຕ່າງ​ສະຫງວນ​ທ່າ​ທີ​ຂອງ​ຕົນ​ໃນ​ການ​ປະຕິບັດ​ຕໍ່ກັນ.