ທ່ານຫຼີ​ເຄີ້ສຽງ​ໃຫ້​ສຳພາດ​ທາງ​ລາຍ​ລັກອັກສອນຕໍ່​ສື່​ມວນ​ຊົນ​ປາ​ກີສະຖານ

(GMT+08:00) 2013-05-22 16:43:22     cri
ວັນ​ທີ 22 ພຶດສະພາ​ນີ້, ໃນ​ເວລາ​ໃຫ້​ສຳພາດ​ຮ່ວມ​ທາງ​ລາຍ​ລັກອັກສອນຕໍ່​ສື່​ມວນ​ຊົນ​ປາກີສະຖານ, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນທີ່​ເດີນທາງ​ໄປ​ຢ້ຽມຢາມ​ປາ​ກີ​ສະຖານຊີ້​ອອກ​ວ່າ, ການ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງພັດທະນາໂດຍ​ສັນຕິບໍ່​ພຽງ​ແຕ່​ແມ່ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​ເທົ່າ​ນັ້ນ, ຍັງ​ແມ່ນ​ຄວມຕ້ອງການ​ພາຍ​ໃນ​ອີກ​ດ້ວຍ. ຈີນ​ຍິນ​ດີ​ປະ​ເຊີນ​ໜ້າ​ກັບ​ໂລກ​ດ້ວຍທ່າ​ທີ​ທີ່​ເປີດປະຕູກວ່າ​ເກົ່າ, ກໍຫວັງ​ວ່າ ​ໂລກ​ຈະ​ປະຕິບັດຕໍ່​ຈີນ​ດ້ວຍ​ຄວາມ​ສະຫງົບ​ໃຈ.