ຈີ​ນສະໜັບສະໜູນ​ໃຫ້​ປາກີສະຖານ​ບັນລຸສະຖຽ​ນລະ​ພາບ​ແລະ​ການ​ພັດທະນາ​ທີ່​ດີກ​ວ່າ​ເກົ່າ

(GMT+08:00) 2013-05-23 16:48:34     cri
ວັນ​ທີ 23 ພຶດສະພາ​ນີ້, ຢູ່​ນະຄອນຫຼວງອິສລາມາ​ບັດ, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນ ຕີ​ຈີນ​ໄດ້​ພົບປະກັບ​​ເຈົ້າໜ້າ​ທີ່ທະຫານ​ຂອງ​ປາ​ກີ​ສະຖານ ​ເຊັ່ນ:​ທ່ານ​ຄາ​ລິດ ຊາ​ມີ​ມ ​ເວນ, ປະທານສະພາປະສົມຫົວໜ້າເສນາທິການກອງທັບປາກີ​ສະຖານ, ທ່ານ​ອັສຟັກ ​ເພີ​ເວສ ຄາ​ຢາ​ນີ, ​ເສນາ​ທິການ​ໃຫຍ່​ກອງທັບ​ບົກ, ທ່ານ​ອາ​ຊິ​ຟ ຊາງ​ດີ​ລາ, ​ເສນາ​ທິການ​ໃຫຍ່​ກອງ ທັບ​ເຮືອ​ແລະທ່ານ​ທາ​ເຮ​ຍ ຣາຟິກ ບັດ, ​​ເສນາ​ທິການ​ໃຫຍ່​ກອງທັບ​ອາກາດ.

ທ່ານຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ປາ​ກີ​ສະຖານ​ມີ​ມິດຕະພາບ​ທີ່​ໝັ້ນຄົງ​ຂະໜົງ​ແກ່ນ, ນີ້​ບໍ່​ພຽງ​ແຕ່​ໄດ້​ມາ​ຈາກ​ຄວາມ​ເອົາ​ໃຈ​ໃສ່​ຢ່າງຕັ້ງອົກ​ຕັ້ງ​ໃຈ​ຂອງ​ຜູ້ນຳ​ສອງ​ປະ​ເທດ​ທຸກ​ສະ​ໄໝ​ເທົ່າ​ນັ້ນ, ຍັງ​ໄດ້​ມາ​ຈາກການ​ລົງ​ເລິກ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ອີກ​ດ້ວຍ. ກອງທັບ​ປາກີສະຖານ​ບໍ່​ພຽງ​ແຕ່​ແມ່ນ​ກຳລັງ​ສຳຄັນ​ທີ່ປົກ​ປ້ອງ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບຂອງ​ປາ​ກີ​ສະຖານ​ເທົ່າ​ນັ້ນ, ​ແຕ່ຍັງ​ແມ່ນ​ຜູ້​ສະໜັບສະໜູນການ​ພົວພັນ​​ໄມຕີ​ຈິດ​ມິດຕະພາບ​ລະ ຫວ່າງ​ຈີນ​ກັບ​ປາ​ກີ​ສະຖານ​ອີກ​ດ້ວຍ. ພວກ​ຂ້າພະ​ເຈົ້າຫວັງ​ວ່າ ກອງທັບ​ປາ​ກີ​ສະຖານ​ຈະສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າຂອງ​ຕົນ​ເຂົ້າ​ໃນ​ການ​ປົກ​ປ້ອງ​ອະທິປະ​ໄຕ​ແລະ​ຄວາມ​ເປັນ​ເອ ກະລາດ​ແຫ່ງ​ຊາດ​ແລະ​ຊຸກຍູ້​ຄວາມ​ໝັ້ນຄົງດ້ານ​ການ​ເມືອງ. ຈີນ​ຍິນ​ດີ​ລົງ​ເລິກ​ການ​ພົວ ພັນ​ລະຫວ່າງ​ສອງ​ກອງທັບ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານວຽງານ​ປ້ອງ​ກັນ, ​ເປີດ​ກວ້າງ ຂົງ​ເຂດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ.

​ເຈົ້າໜ້າ​ທີ່​ທະຫານ​ປາ​ກີ​ສະຖານ​ກ່າວ​ວ່າ, ກອງທັບ​ປາ​ກີ​ສະຖານ​ຍິນ​ດີ​ເພີ່ມ ທະວີ​ການ​ຕິດ​ຕໍ່​ພົວພັນ​ກັບ​ຈີນ, ​ເປີດ​ກວ້າງ​ການ​ຮ່ວມ​ມື, ຮ່ວມ​ກັນ​ໂຈມ​ຕີ​ລັດທິ​ກໍ່ການ​ຮ້າຍ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຊຸກຍູ້​ໃຫ້ການ​ພົວພັນ​ປາ​ກີ​ສະຖານ-ຈີນມີການ​ຂະຫຍາຍຕົວຫຼາຍຂຶ້ນກວ່າ​ເກົ່າ.