ສປປ​ເກົາຫຼີຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ຈີນ​ໂດຍ​ຍິນ​ດີ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ຝ່າຍ​ຕ່າງໆທີ່​ກ່ຽວຂ້ອງ

(GMT+08:00) 2013-05-24 10:58:10     cri
ຕອນ​ບ່າຍ​ວັນ​ທີ 23 ພຶດສະພາ​ນີ້ ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຫຼິວຢຸນຊານ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລ​ຂາ​ຂອງ​ຄະ​ນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຊ່ອຍ​ຢ໋ອງ​ເຮ ທູດ​ພິ​ເສດ​ຂອງ​ທ່ານ​ກິມ​ເຈິ່ງ​ອຸນ ​ເລຂາທິການ​ໃຫຍ່ສູນ​ກາງ​ພັກ​ແຮງ​ງານ​ເກົາຫຼີ, ກຳ​ມະ​ການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ແຮງ​ງານ​​ເກົາຫຼີ, ທ່ານ​ຫຼິວຢຸນຊານ​ກ່າວ​ວ່າ: ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າ​ງໆ​ທີ່​ກ່ຽວ​ຂ້ອງ​ຍຶດໝັ້ນ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນີວ​ເຄຼຍ, ​ແກ້​ໄຂ​ບັນຫາ​ດ້ວຍ​ການ​ປຶກສາ​ຫາລື​​ແລະ​ເຈລະຈາ​ກັນ, ຈັດການ​ເຈລະຈາ​ຫົກ​ຝ່າຍ​ຄືນ​ໃໝ່​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ເພື່ອ​ບັນລຸ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນີ​ວ​ເຄຼຍ​ແລະ​ໃຫ້​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ມີ​ສັນຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຍາວ​ນານ.

ທ່ານ​ຊ່ອຍ​ຢ໋ອງ​ເຮ ກ່າວ​ວ່າ: ສປປ​ເກົາຫຼີ​ຍິນ​ດີ​ຮ່ວມ​ກັບ​ຈີນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກ​ຍູ້ການ​ພົວພັນ​ລະຫວ່າງສປປ​ເກົາຫຼີ​ກັບ​ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ. ສປປ​ເກົາຫຼີ​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ຈີນ​ທີ່​ທຳ​ຄວາມ​ພະຍາຍາມ​ຢ່າງ​​ໃຫຍ່​ຫຼວງ​ເພື່ອ​ປົກ​ປັກ​ຮັກສາ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ, ຊຸກ​ຍູ້​ການ​ຈັດການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ກ່ຽວ​ກັບບັນຫາ​ແຫຼມ​ເກົາຫຼີ​ຄືນ​ໃໝ່, ສປປ​ເກົາຫຼີ​ຍິນ​ດີ​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ ​ຈີນ​,ຄື​ຈະ​ດຳ​ເນີນ​ການ​ເຈລະຈາ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ.