ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ແຈ້ງ​ໃຫ້​ຮູ້​ຜົນ​ສຳ​ເລັດ​ການ​ຢ້ຽມ​ຢາມ​ປາ​ກີ​ສະຖານ​ຂອງ​ນາຍົກ​ຈີນ

(GMT+08:00) 2013-05-24 11:34:28     cri
ວັນ​ທີ 23 ພຶດສະພາ​ນີ້, ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ສຳ​ພາດ​ຮ່ວມ​ຂອງ​ສື່​ມວນ​ຊົນ​ຕ່າງໆ​ໂດ​ຍກ່າວ​ວ່າ: ທ່ານ​ນາຍົກ​ລີ​ເຄີ້ສຽງ​ໄປ​ຢ້ຽມຢາມ​ປາ​ກີ​ສະຖານ​ຢ່າງ​ເປັນ​ທາງ​ການ​ໃນ​ເທື່ອ​ນີ້​ໄດ້​ເລີ່​ມຕົ້ນ​ໄລຍະ​ໃໝ່​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ​ປາ​ກີ​ສະຖານ, ​ໄດ້​ກຳນົດ​ທິດ​ທາງ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຕົວ​ຈິງລະ​ຫວ່າງ​ຈີນ​ກັບ​ປາ​ກີ​ສະຖານ, ​​ແລະ​ຍົກ​ສູງ​ມິດຕະພາບ​ອັນ​ເ​ປັນ​ມູນ​ເຊື້ອລະຫວ່າງ​ຈີນ​ປາ​ກີ​ສະຖານ​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ຫວາງ​ອີ້​ກ່າວ​ວ່າ: ​ໃນ​ໄລຍະ​ຢ້ຽມຢາ​ປາ​ກີ​ສະຖານ, ທ່ານ​ນາຍົກ​ລີ​ເຄີ້ສຽງ​ໄດ້​ເວົ້າ​ເຖິງ​ຄຳ​ຂວັນ​ຕ້ອນ​ຮັບ​ຂອງ​ຝ່າຍ​ປາ​ກີ​ສະຖານຫຼາຍເທື່ອ​ຄື "ການ​ມີປະ​ເທດ​ໃກ້​ຄຽງທີ່​ມີ​ໄມຕີ​ຈິດ​ມິດ​ຕະພາບຕໍ່​ກັນ​ແມ່ນ​ເລື່ອງທີ່​ມີ​ຄວາມສຸກ.ຄຳ​ເວົ້າ​ນີ້​ໄດ້​ພັນ​ລະນາ​​ເຖິງ​ຄວາມ​ເປັນ​ຈິງຕໍ່​​ເອ​ກະ​ລັກ​ພິ​ເສດ​ຕົ້ນ​ຕໍ​ຂອງ​ການ​ພົວ​ພັນ​ຈີນ​ປາ​ກີ​ສະຖານ, ຄື ສອງ​ປະ​ເທດ​ເປັນ​ບ້ານ​​ໃກ້​ເຮືອນ​ຄຽງ​ທີ່​ດີ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ແລະ​ຮ່ວມ​ມື​ກັນ" ນີ້​ບໍ່​ພຽງ​ແຕ່​ແມ່ນຄວາມສຸກ​ຂອງ​ປະຊາຊົນ​ຈີນ​​​ແລະປາ​ກີ​ສະຖານ​​ເທົ່າ​ນັ້ນ, ​ແລະ​ກໍ່​ແມ່ນຄວາມສຸກ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແຫ່ງ​ນີ້.

ທ່ານ​ຫວາງ​ອີ້​ກ່າວ​ວ່າ: ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ປະ​ເທດ​ໃກ້​ຄຽງ​ຫຼາຍ​ທີ່​ສຸດ​​ໃນ​ໂລກ, ການ​ທີ່​ຈະ​ແກ້​ໄຂ​ການ​ພົວພັນ​ກັບປະ​ເທດ​ໃກ້​ຄຽງ​ໃຫ້​ດີ​ແນວ​ໃດ​ແມ່ນ​ບັນຫາ​ສຳຄັນ​ທີ່​ລັດຖະບານ​ຈີນ​​ທຸ້ມ​​ເລ​ຄວາມ​ພະຍາຍາມ​ຫຼາຍ​ທີ່​ສຸດ​ແລະ​ໄດ້​ຮັບ​ຄວາມສົນ​ໃຈ​ຫຼາຍຈາກ​ປະຊາຊົນ​.​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້, ຈີນ​​ໄດ້​ສຸມກຳລັງ​ເຂົ້າ​ໃນ​ການ​ຢູ່​ຮ່ວມ​ກັນ​​ໂດຍ​ສັນຕິ​ກັບປະ​ເທດ​ໃກ້​ຄຽງ​ທັງ​ໝົດ,ຮ່ວມ​ມື​ກັນ​ຢ່າງ​ຈິງ​ໃຈ​ແລະ​ຮ່ວມ​ກັນ​ພັດທະນາ, ​ໃນ​ຂະ​ບວນ​ການ​ດັ່ງກ່າວ, ມິດຕະພາບ​ລະຫວ່າງ​ຈີນ​ກັບ​ປາ​ກີ​ສະຖານ​ໄດ້​ຜ່ານ​ຜ່າ​ການ​ທົດ​ສອບ, ສົມ​ກັບເປັນ​ຕົວ​ແບບ​ທີ່​ດີ.