ຈີນ​ແລະ​ເຢຍລະ​ມັນ​ອອກ​ປະກາດ​ແຈ້ງ​ຂ່າວຮ່ວມ​ກ່ຽວ​ກັບທ່ານ​ນາຍົກ​ລີ​ເຄີ້ສຽງ​ຢ້ຽມຢາມ​ເຢຍລະ​ມັນ

(GMT+08:00) 2013-05-27 14:43:24     cri
ວັນ​ທີ 26 ພຶດສະພາ​ນີ້, ຈີນ​ແລະ​ເຢຍລະ​ມັນ​ໄດ້​ອອກ​ປະກາດ​ແຈ້ງ​ຂ່າວ​ຮ່ວມ​ຂອງ​ສອງ​ປະ​ເທດ​ວ່າ​ດ້ວຍ​ທ່ານ​ລີ​ເຄິ້ສຽງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຢ້ຽມຢາມ​ເຢຍລະ​ມັນ. ປະກາ​ດ​ແຈ້ງ​ຂ່າວ​ຂຽນ​ວ່າ: ທ່ານ​ນາຍົກ​ລີ​ເຄີ້ສຽງ​ໄດ້​ທຳ​ການຢ້ຽມຢາມ​ເຢຍລະ​ມັນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 25ຫາ​ວັນ​ທີ 27ພຶດສະພາ​ປີ2013​ນີ້​ຕາມ​ຄຳ​ເຊີນ. ນີ້​ແມ່ນ​ນາຍົກລັດຖະມົນຕີຈີນຜູ້​ໃໝ່​ຢ້ຽມຢາມ​ຕ່າງປະ​ເທດ​ເປັນ​ເທື່ອ​ທຳ​ອິດ. ຜູ້ນຳ​ສອງ​ປະ​ເທດ​ຈີນ​ເຢຍລະ​ມັນ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ກວ້າງ​ຂວາງ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ​ແລະ​ບັນຫາ​ສາກົນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​​ໃຈ​ຮ່ວມ​ກັນ, ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ສຳຄັນ.

ປະກາດ​ແຈ້ງ​ຂ່າວ​ຂຽນ​ວ່າ: ສະຖານະ​ການ​ສາກົນ​ໃນ​ປະຈຸ​ບັນ​ສືບ​ຕໍ່​​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ​ແລະ​ເລິກ​ເຊິ່ງ. ການ​ພົວພັນ​ຊຶ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ບັນດາປະເທດໃນໂລກນັບ​ມື້​ນັບ​ແໜ້ນ​​ແຟ້ນຂຶ້ນ, ຄວາມ​ອີງ​ອາ​ໃສ່​ເຊິ່ງກັນ​ແລະ​ກັນ​ກໍ່​ນັບ​ມື້​ນັບ​​ຫຼາຍ​ຂຶ້ນ. ຈີນ​ແລະ​ເຢຍລະ​ມັນ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ອື່ນໆ​ປະຕິບັດ​ຕາມ​ຈິດ​ໃຈ​ທີ່​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ລົງ​ເລິກ​ການ​ປະ​ສານ​ງານ​ແລະ​ຮ່ວມ​ມື​ກັນ,ປະກອບສ່ວນ​ເພື່ອ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ. ສອງ​ຝ່າຍ​ກ່າວ​ຢ້ຳວ່າ​ຈະ​ເຄົາລົບ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບຖ້ວນ​ເຊິ່ງກັນ​ແລະ​ກັນ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ​ແລະ​ສາ​ກົນ​ດ້ວຍ​ສັນ​ຕິ​ວິ​ທີ. ສອງ​ຝ່າຍ​ຍິນ​ດີ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ຕໍ່​ເສັ້ນທາງ​ການ​ພັດທະນາ​ຂອງ​ໃຜລາວ, ລົ​ງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ,ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ເຢຍລະ​ມັນ​​ໄດ້​ມີ​ການພັດທະນາ​ຢ່າງ​ໝັ້ນຄົງ​ຍາວ​ນານ.

ປະກາດ​ແຈ້ງ​ຂ່າວ​ຂຽນ​ວ່າ: ສອງ​ຝ່າຍ​ຕັດສິນ​ຮ່ວມ​ກັນ​​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ວຽກ​ງານ​ຫັນ​ເປັນ​ຕົວ​ເມືອງ,​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ກະສິກຳ,ປ່າ​ໄມ້,ພືດ​ພັນ​ທັນ​ຍາ​ຫານ, ການ​ປົກ​ປ້ອງ​ສິດ​ຂອງ​ຜູ້​ບໍລິ​ໂພ​ກ, ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ເຄື່ອງໝາຍ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ຂົງ​ເຂດ​ອື່ນໆ.

ຖະ​ແຫຼ​ງການ​ຂຽນ​ວ່າ: ສອງ​ຝ່າຍ​ຮ່ວມ​ກັນຄັດຄ້ານ​ລັດທິ​ປົກ​ປ້ອງ, ຍິນ​ດີ​ດຳ​ເນີນ​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງດ້ານ​ການ​ຄ້າ​ເປັນ​ຕົ້ນ​ແມ່ນ​ຜະລິດ​ຕະພັນ​ພະລັງງາ​ນ​ແສງຕາ​ເວັນ, ຜະລິດ​ຕະພັນ​ການ​ສື່ສານ​ໂທລະ​ຄົມ​​​ແລະ​ອື່ນໆ. ສອງ​ຝ່າຍ​ຮຽກຮ້ອງ​ໃຫ້​ເຄົາລົບ​ປະຕິບັດ​ຕາມ​ລະບຽບ​ການ​ອົງການ​ການ​ຄ້າ​ໂລກຢ່າງ​​ເຂັ້ມ​ງວດ, ສະໜັບສະໜູນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ມີ​ຄວາມ​ທ່ຽງ​ທຳ​ແລະ​ຍຸດຕິ​ທຳ.

ປະກາດ​ແຈ້ງ​ຂ່າວ​ຂຽນ​ວ່າ: ນາຍົກລັດຖະມົນຕີຈີນ​ແລະ​ເຢຍລະ​ມັນ​ຍັງ​ໄດ້​ຮ່ວມ​ກັນ​ເລີ່​ມຕົ້ນ​ກິດຈະກຳ​ປີ​ພາສາ​ຈີນ​ເຢຍລະ​ມັນ​ອີກ​ດ້ວຍ.