ທ່ານ​ສີ​ຈິ້ນ​ຜິ​ງຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານປະທານ​ສະພາ​ດູ​ມາ​ແຫ່ງ​ຊາດຣັດ​ເຊຍ

(GMT+08:00) 2013-05-27 16:03:18     cri


ຕາມ​ຂ່າວCRI: ວັນ​ທີ 27 ພຶດສະພາ​ນີ້, ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ເຊີ​ເກ ນາຣີສກິນ, ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດຣັດ​ເຊຍ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວວ່າ, ​ໃນ​ຍຸກ​ໃໝ່​ທາງປະຫວັດສາດ​, ຫວັງ​ວ່າ​ຈີນ​-ຣັດ​ເຊຍ​ອີງ​ຕາມ​ການ​ພັດທະນາ​ແລະ​ການຜັນ​ແປ​ຂອງ​ສະຖານະ​ການ, ຕ່າງສະໜອງ​ການ​ສະໜັບສະໜູນ​ອັນ​​ເດັດດ່ຽວ​ເຊິ່ງກັນ​ແລະ​ກັນ​ຕື່ມ​ອີກ. ຫວັງ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ນຳ​ໃຊ້​ທ່າ​ແຮງ​ດ້ານ​ການ​ພົວພັນ​ທາງ​ການ​​ເມືອງ​ລະດັບ​ສູງລະຫວ່າງ​ຈີນ-ຣັດ​ເຊຍ​ຢ່າງ​ເຕັມ​ສ່ວນ, ຮັດ​ແໜ້ນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມືລະຫວ່າງ​ພັກ​ຝ່າຍ​ຕ່າງ​ໆຂອງ​ສອງ​ປະ​ເທດ, ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດຕາມ​ຄວາມ​​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ລະຫວ່າງສ​ອງ​ຝ່າຍ, ຊຸກຍູ້​ໃຫ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບຜົນສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ.

ທ່ານ​ນາຣີສກິນ​ກ່າວ​ວ່າ, ຣັດ​ເຊຍ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດຕ່າງໆລະຫວ່າງ​ຣັດ​ເຊຍ-ຈີນ, ຮັດ​ແໜ້ນ​ການ​ປະສານ​ງານ​ແລະ​ປະສານ​ສົມ​ທັບ​ກັນ​ໃນ​ອົງການ​ຫຼາຍ​ຝ່າຍ, ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ສ້າງ​ການ​ພົວພັນ​ແບບ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງຣັດ​ເຊຍ-ຈີນ​ໃຫ້ຍືນ​ຍົງ​ຄົງ​ຕົວ​ແລະ​ສືບ​ທອດ​ກັນ​ທຸກ​​ເຊັ່ນ​ຄົນ.