ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ ຈີນ​ແລະ​ອາ​ເມ​ລິ​ກາ​ຄວນ​ຄົ້ນ​ຄວ້າ​ເສັ້ນ​ທາງ​ແຫ່ງ​ການ​ພົວ​ພັນ​​ແບບ​ໃໝ່​ລະ​ຫວ່າງ​ປະ​ເທດ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ແລະ​ມີ​ການ​ສືບ​ທອດ​ວຽກ​ງານ​ອັນ​ເກົ່າ​ແລະ​ພັດ​ທະ​ນາ​ວຽກ​ງານ​ອັນ​ໃໝ່​ໃຫ້​ໄດ້

(GMT+08:00) 2013-05-28 10:31:07     cri
ວັນ​ທີ 27ພຶດສະພາ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ໂທ​ມາສ ​ໂດ​ນີລອນ ຜູ້​ຊ່ວຍປະທານາທິບໍດີອາ​ເມ​ລິ​ກາດ້ານ​ວຽກ​ງານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ທ່ານ​ສີ​ຈີ້​ນຜິ​ງກ່າວ​ວ່າ: ຈີນ​ແລະ​ອາ​ເມ​ລິ​ກາ​ຄວນ​ເລີ່​ມປະຕິບັດຈາກຜົນ​ປະ​ໂຫຍ​ດພື້ນ​ຖານ​ຂອງ​ປະຊາຊົນ​ສອງ​ຊາດ​ແລະ​ປະຊາຊົນ​ທົ່ວ​ໂລກ, ຮ່ວມ​ກັນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຈີນ-​ອາ​ເມ​ລິ​ກາ, ຄົ້ນຄວ້າ​ເສັ້ນທາງ ແຫ່ງ​ການ​ພົວພັນ​​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ແລະ​ມີ​ການ​ສືບ​ທອດ​ວຽກ​ງານ​ອັນ​ເກົ່າ​ແລະ​ພັດທະນາ​ວຽກ​ງານ​ອັນ​ໃໝ່​ໃຫ້​ໄດ້.

ທ່ານ​ສີ​ຈິ້ນຜິງກ່າວວ່າ: ທ່ານ​ຄອງ​ຄອຍ​​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ​ໂອ​ບາ​ມາ​ໃນ​ຕົ້ນ​ເດືອນ​ມິຖຸນາ​ໜ້າ​ນີ້ ​ເພື່ອລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ຊຶ່ງ​ກັນ​ແລະ​ກັນຢ່າງ​ກວ້າງຂວາງກ່ຽວ​ກັບ​ບັນຫາ​ຍຸດ​ທະ​ສາດ​ສຳຄັ​ນທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ທ້ອນ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ຝ່າຍ.ທ່ານ​ສີ​ຈີ້​ນຜິ​ງກ່າວ​ວ່າ:

"​ໃນ​ປະຈຸ​ບັນ,ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຢູ່​ໃນ​ໄລຍະສຳຄັນ​ໃນ​ປະຫວັດສາດ​ທີ່​ສືບ​ທອດ​ວຽກ​ງານ​ອັນ​ເກົ່າ​ແລະ​ພັດທະນາ​ວຽກ​ງານ​ໃໝ່. ຂ້າພະ​ເຈົ້າ​ຄອງ​ຄອຍ​ຈະ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ​ໂອ​ບາ​ມາ​ຢູ່​ລັດ​ກາລີ​ຟໍ​ເນຍ​ໃນ​ເທື່ອ​ໜ້າ. ສອງ​ຝ່າຍ​ຈະ​ສາມາດ​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ຍຸດ​ທະ​ສາດ​ສຳຄັນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ​ເຊື່ອ​ວ່າ ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົບ​ປະ​ເທື່ອ​ນີ້​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ, ​ເພື່ອ​ເພີ່ມ​ພະລັງ​ແຮງ​ໃໝ່​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໃນ​ໄລຍະ​ຕໍ່ໜ້າ."

ທ່ານ​ໂດ​ນິລອນ​ກ່າວ​ວ່າ: ສອງ​ປະ​ເທດ​ອາ​ເມ​ລິ​ກາ​​ແລະ​ຈີນ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ຢ່າງ​ຫຼວງ​ຫຼາຍ, ການ​ພົວພັນ​ອາ​ເມ​ລິ​ກາ​ຈີນ​ທີ່​ມີ​ຄວາມ​ຕັ້ງໜ້າ,ມີ​ລັກສະນະ​ສ້າງສັນ​ແລະ​ຂະຫຍາຍຕົວ​ໃນ​ລະດັບ​ສູງ​ກວ່າ​​ເກົ່ານັ້ນ​ແມ່ນ​ມີ​ຜົນ​ດີ​ຕໍ່​ທັງ​ສອງ​ປະ​ເທດ​​ແລະ​ກໍ່​ມີ​ຜົນ​ດີ​ຕໍ່​ເຂດ​ອາຊີ​ປາຊີ​ຟິກກໍ່​ຄື​ຕໍ່​ທົ່ວ​ໂລກ. ອາ​ເມ​ລິ​ກາ​ຈະ​ເດັດດ່ຽວ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ກັບ​ຈີນ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​​ໃຫ້​ເໝາະ​ສົມ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າ​ງໆ​ຂອງ​ໂລກ.