ນາຍົກ​ຈີນ​ກ່າວ​ປາຖະກະຖາ​ໃນ​ງານ​ລ້ຽງ​ອາຫານ​ທ່ຽງສຳລັບ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຈີນ-​ເຢຍລະ​ມັນ

(GMT+08:00) 2013-05-28 12:51:03     cri
ວັນ​ທີ 27 ພຶດສະພາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ປາຖະກະຖາ​ໃນ​ງານ​ລ້ຽງ​ອາຫານ​ທ່ຽງ​ສຳລັບ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຈີນ-​ເຢຍລະ​ມັນ​ຢູ່​ນະຄອນຫຼວງ​ແບກ​ແລງ​ຂອງ​ເຢຍລະ​ມັນ,​ໂດຍ​ໄດ້​ແນະນຳ​ໃຫ້​ຮູ້​ກ່ຽວ​ກັບ​ສະ​ພາບ​ເສດຖະກິດ​ຈີນ​ແລະ​ນະ​ໂຍບາຍ​ເສດຖະກິດ​ຂອງລັດຖະບານ​ຈີນ​ຊຸດ​ໃໝ່, ​ແລະ​ສະ​ເໜີ​ຈຸດ​ຢືນ​ອັນ​ໃໝ່​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ເຢຍລະ​ມັນ​ແລະ​ລະຫວ່າງ​ຈີນ​ກັບ​ສະຫະພາບ​ເອີຣົບ.

ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ: ຈີນ​ຍິນ​ດີ​​ທີ່ເຫັນ​​ເອີຣົບມີ​ຄວາມ​ສາມັກຄີ​ແລະ​ເຂັ້ມ​ແຂງ,​ແລະ​ສະໜັບສະໜູນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ເອີຣົບ. ປີ​ນີ້​ພໍດີ​ຖື​ກັບ​ຈີນ​​ແລະ​ເອີຣົບສ້າງ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຄົບຮອບ 10 ປີ, ຈີນ​ຍິນ​ດີ​ຮ່ວມ​​ແຮງ​ຮ່ວ​ມ​ໃຈ​ກັບ​​ເອີຣົບ, ​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ, ບຸກ​ເບີກ​ການ​ຮ່ວມມີ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ເນັ້ນ​ວ່າ:  ກິດ​ຈຳ​ກຳ "ປີ​ພາສາ​ຈີນ-​ເຢຍລະ​ມັນ"​ໄດ້​​ເລີ່​ມຂຶ້ນໃນ​ວັນ​ທີ 26ພຶດສະພາ​ນີ້, ພາສາ​ເປັນ​ສື່​ໃນ​ການ​ສື່​ສານ​ແລກ​ປ່ຽນ​ກັນ​ລະຫວ່າງ​ປະຊາຊົນ​ແລະ​ປະ​ເທດ​ທີ່​ຕ່າງ​ກັນ, ການ​ຊຸກ​ຍູ້​ການ​ແລກປ່ຽນ​ດ້ານ​ພາສາ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ໂຄງ​ການ​ເພີ່ມ​ທະວີ​ມິດຕະພາບຈີນ​ເຢຍລະ​ມັນ​ໃຫ້​ໝັ້ນຄົງ, ຊຶ່ງ​ຈະ​ສ້າງ​ໃຫ້​ສອງ​ປະ​ເທດ​ຈີນ​ເຢຍລະ​ມັນ​ມີ​ຄົນ​ຈີນ​ທີ່​ມີຄວາມ​ຮູ້​ໃນລະດັບ​ສູງ​ດ້ານ​ພາສາ​ແລະ​ວັດທະນະທຳ​​ເຢຍລະ​ມັນແລະ​ຄົນ​ເຢຍລະ​ມັນ​ທີ່​ມີ​ຄວາມ​ຮູ້​ໃນລະດັບ​ສູງ​ດ້ານ​ພາສາ​ແລະ​ວັດທະນະທຳ​ຈີນ​ໃຫ້​ຫຼາຍ​ຂຶ້ນ​ກວ່​າ​ເກົ່າ, ​ເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ໄດ້​ດີກ​ວ່າ​ເກົ່າ.

ທ່ານ​ຟີ​ລິບ ​ໂລ​ສ​ເລີ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ​ເຢຍລະ​ມັນ​ກ່າວ​ວ່າ, ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ຈີນ​ໄດ້​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ໃຫ້ເສດຖະກິ​ດ​ໂລກ​ເຕີບ​ໂຕ​​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ເຢຍລະ​ມັນກັບ​ຈີນ​​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ. ​ເຢຍລະ​ມັນ​​ແລະ​ຈີນ​ເປັນ​ຄູ່​ຮວມ​ມື​ທີ່​ແທ້​ຈິງ,ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຈຸດ​ຢືນ​​ໃນ​ການ​ດຳ​ເນີນ​ການ​ຄ້າ​ເສລີ​ແລະ​ເປີດ​ຕະຫຼາດ​ສູ່​ພາຍ​ນອກ, ​ເຢຍລະ​ມັນ​ຍິນ​ດີ​ຮ່ວມ​ກັບ​ຈີນ​ເປີດ​ກວ້າງ​ການ​ຮ່ວມ​ມື​ຕື່ມ​ອີກ, ຮ່ວມ​ກັນ​ຕ້ານລັດທິ​ປົກ​ປ້ອງ​ການ​ຄ້າ ​ເພື່ອ​ບັນລຸ​ການ​ພັດທະນາຮ່ວມ​ກັນ.