ການ​​ແຂ່ງຂັນ​ຂົວ​ພາສາ​ຈີນພາກ​ນັກຮຽນ​ມັດທະຍົມທົ່ວ​ໂລກ​ຄັ້ງທີ 6 ຈັດການ​ແຂ່ງຂັນ​ຮອບ​ຄັດ​ເລືອກຢູ່ລາວ

(GMT+08:00) 2013-05-28 15:13:04     cri

ຕາມ​ຂ່າວ CRI: ວັນ​ທີ 27 ພຶ​ດສະພາ​ນີ້, ການ​​ແຂ່ງຂັນ​ຂົວ​ພາສາ​ຈີນພາກ​ນັກຮຽນ​ມັດທະຍົມທົ່ວ​ໂລກ​ຄັ້ງທີ 6 ​ໄດ້ຈັດການ​ແຂ່ງຂັນ​ຮອບ​ຄັດ​ເລືອກ​ເຂດລາວຢູ່ໂຮງຮຽນຈີນປາກເຊ​ແຂວງ​ຈຳປາ​ສັກ. ນັກຮຽນມັດທະຍົມ 15 ຄົນທີ່​ມາ​ຈາກ​ໂຮງຮຽນ​ຫລຽວ​ໂຕນະຄອນຫຼວງ​ວຽງ​ຈັນ, ​​ໂຮງຮຽນ​ຈົງ​ເຕັກ​ແຂວງສະຫວັນ​ນະ​ເຂດ ​ແລະໂຮງຮຽນ​ຈີນ​​ປາກເຊແຂ​ວງຈໍາປາ​ສັກ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ, ສະ​ແດງ​ຄວາມສາມາດ​ຂອງ​ຕົນ​, ຄວາມ​ນິຍົມ​ຕໍ່​ພາສາ​ຈີນ​ກໍ່​ຄື​ວັດທະ​ນະ​ທຳ​ຈີນ, ​ແລະ​ຮ່ວມ​ກັນ​ມອບ​ການສະ​ແດງ​ທີ່ມີ​​ເອກະລັກ​ຂອງ​ຈີນ​ໃຫ້​ແກ່​​ຜູ້​ຊົມ​ທັງຫຼາຍ.

ນາງເຊີນຢາເວີນ ຜູ້ໄດ້ຮັບລາງວັນທີໜຶ່ງ

ການ​ແຂ່ງຂັນ​ຄັ້ງ​ນີ້​ມີ 3 ຂັ້ນຕອນ​ເຊັ່ນ: ​ກ່າວ​ປາຖະກະຖາດ້ວຍ​ພາສາ​ຈີນ, ຕອບ​ຄຳ​ຖາມ, ​ແລະ​ສະ​ແດງ​ສິລະປະ​ຈີນ. ​ໂດຍ​ຜ່ານ​ການ​ແຂ່ງຂັນ, ນາງ​ ຢູຊາ​ ​ໂພ​ສູ​ພັນ​ອາມາດ ຈາກ​​ໂຮງຮຽນ​ຈີນປາ​ກ​ເຊ​ແຂວງ​ຈໍາປາ​ສັກ ​ແລະ ນາງ ນະພາ​ວັນ ຈາກ​ໂຮງຮຽນ​ຫລຽວ​ໂຕ​ນະຄອນຫລວງ​ວຽງ​ຈັນໄດ້​ຮັບ​ລາງວັນ​ທີໜຶ່ງ,​​ ເຂົາ​ເຈົ້າ​ຈະ​ເປັນ​ຕົວ​ແທນ​ໃຫ້​ແກ່​ນັກຮຽນ​ມັດທະຍົມ​ຂອງ​ລາວ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​ຂອງ​ງານ​ແຂ່ງ​ຂັນ"ຂົວ​ພາສາ​ຈີນ"ພາກນັກຮຽນ​ມັດ​ທະ​ຍົມ​ທົ່ວໂລກ​ຄັ້ງ​ທີ 6 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ຄຸນ​ມີ​ງ​ແຂວງ​ຢຸນນານ​ຈີນ​ໃນ​ເດືອນຕຸລາ​ປີ​ນີ້.

ການ​ແຂ່ງຂັນ​ຄັ້ງ​ນີ້​ແມ່ນ​ສະຖານທູດ​ຈີນ​ປະຈຳ​ລາວ​ເປັນ​ເຈົ້າພາບ, ​ແລະ​ໂຮງຮຽນຈີນ​ປາກ​ເຊ​ແຂວງ​ຈຳປາ​ສັກເປັນ​ຜູ້​ຈັດ​ຂຶ້ນ, ຜູ້ຕາງໜ້າ​ສະຖານທູດ​ຈີນ​ປະຈຳ​ລາວ, ຄະນະ​ບໍລິຫານ​ໂຮງຮຽນ​ພາສາ​ຈີນ​ຂອງ​ລາວ, ຜູ້ຕາງໜ້າ​ຄູ​ອາຈານ​ແລະ​ຫົວໜ້າ​ສະມາຄົມຊາວ​ຈີນ​ຢູ່​ລາວ​ໄດ້​ຮ່ວມ​ກັນ​ເຂົ້າ​ຊົມ​ການ​ແຂ່ງຂັນ​ຄັ້ງ​ນີ້.​ ທ່ານ​ວາງ​ຮົງ​ສຸນ, ຫົວໜ້າ​ຫ້ອງການ​ການ​ເມືອງ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ​ໄດ້​ກ່າວ​ຄຳ​ອວຍ​ພອນຕໍ່​ການ​ແຂ່ງຂັນ​ຄັ້ງ​ນີ້, ທ່ານຫວັງ​​ໃຫ້ບັນດາ​ນ້ອງ​ນັກຮຽນຈົ່ງ​ຮຽນ​ຮູ້​ພາສາ​ຈີນ, ​ແລະ​ຊອກ​ຮູ້​ປະຫວັດສາດ​ອັນ​ຍາວ​ນານ​ແລະ​ວັດທະນະທຳ​ມູນ​ເຊື້ອອັນ​ດີງາມ​ຂອງ​ຈີນ, ​ເຂົ້າ​ສູ່​ປະ​ເທດ​ຈີນ, ຊອກ​ຮູ້​ກ່ຽວ​ກັບປະ​ເທດ​ຈີນ​ທີ່​ມີ​ຊີ​ວິ​ຊີວາ​ແລະ​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ. ປະຈຸ​ບັນ, ການ​ແຂ່ງຂັນ"ຂົວ​ພາສາ​ຈີນ"ບໍ່​ພຽງ​ແຕ່​ເປັນ​ເວ​ທີທີ່ວາງສະ​ແດງ​ຄວາມ​ສະ​ເໜ່ຂອງ​ວັດທະນະທຳ​ຈີນ​ເທົ່າ​ນັ້ນ, ຍັງ​ເປັນ​ງານ​ມະຫະກຳ​ທີ່​ຈີນ​ຕ່າງ​ດ້າວ​ແລະ​ເຊື້ອສາຍ​ຈີນ​ຢູ່​ລາວ​​ເຕົ້າ​ໂຮມ​ຊຸມນຸມ​ກັນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.