ກອງ​ປະຊຸມ​ສົນທະນາລະດັບ​ສູງ​ລະຫວ່າງ​ປະຊາຊົນ​ຈີນ-ອາ​ຊຽນຈະ​ຈັດ​ຂຶ້ນຢູ່​ນະຄອນ​ໜານ​ໜີງ​ໃນຕົ້ນ​ເດືອນ​ມິຖຸນາ

(GMT+08:00) 2013-05-29 19:16:24     cri
ຕາມ​ຂ່າວ CRI: ກອງ​ປະຊຸມ​ສົນທະ​ນາ​ລະດັບ​ສູງ​ລະຫວ່າງ​ປະຊາຊົນ​ຈີນ-ອາ​ຊຽນທີ່​ຈະ​ດຳ​ເນີນ​ເປັນ​ເວລາ​ສອງ​ວັນ​ຈະ​ໄຂ​ຂຶ້ນຢູ່​ນະຄອນໜານ​ໜີງ, ​ເທດສະບານ​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ​ຈີນ​ໃນ​ວັນ​ທີ 3 ມິຖຸນາໜ້າ​ນີ້. ພາຍ​ໃຕ້ຫົວ​ຂໍ້​ "ສັນຕິພາບ​ຊຸກຍູ້​ການ​ພັດທະນາ, ການ​ຮ່ວມ​ມື​​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ -- ສຽງ​​ຮ່ວມ​ໃນ​ດວງ​ໃຈ​ແລະ​ຄວາມ​ຝັນ​ຮ່ວມ​ຂອງ​ປະຊາຊົນ​ຈີນ​ແລະ​ປະຊາຊົນອາຊີ​ອາຄະ​ເນ".

ທ່ານ​ຢູ​ຈ້ຽນຫວາ, ​ເລຂາຄະນະ​ກຳມະການ​ສົ່ງ​ເສີມ​ການ​ແລກປ່ຽນສາກົນ​ຂອງ​ອົງການ​ຈັ້ດຕັ້ງປະຊາຊົນ​ຂອງ​ຈີນ ​ເຊິ່ງ​ເປັນ​ຝ່າຍ​ຈັດກອງ​ປະຊຸມ​ສົນທະນາ​ລະດັບ​ສູງ​ຄັ້ງນີ້​​ແ​ຈ້ງ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຄັ້ງນີ້​ຈະ​ມີນັກການ​ເມືອງຄົນ​ສຳຄັນ​ແລະ​ຜູ້ຕາງໜ້າ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ຄື:ລາວ, ກຳປູ​ເຈຍ, ມຽນມາ, ຟິລິບ​ປິນ, ​ໄທ, ອິນ​​ໂດ​ເນ​ເຊຍ, ຫວຽດນາມ​, ມະ​ເລເຊຍ​, ສິງກະ​ໂປ, ບຼູ​ໄນ​ແລະ​ຕີ​ມໍເລັສ​ເຕ​ມາເຂົ້າຮ່ວມ.