GDP ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ລາວ​ໃນ​ປີ 2020 ຄາດ​ວ່າ​ຈະ​ມີ 3200 ​ໂດ​ລາ

(GMT+08:00) 2013-05-30 15:36:17     cri
   ຕາມ​ຂ່າວCRI: ​ໃນ​ຫຼາຍ​ປີ​ມາ​ນີ້, ຄື​ກັບ​ຫວຽດນາມ, ມຽນມາ​ແລະ​ກຳປູ​ເຈຍ​ເຊິ່ງ​ເປັນ 3 ປະ​ເທດ​ສະມາຊິກ​ໃໝ່​ຂອງ​ອາ​ຊຽນ, ​​ຜົນງານ​ດ້ານ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ໄດ້ມີ​ທ່າ​ອຽງ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ຕາມ​ແຜນການ​ພັດທະນາ​ເສດຖະກິດ​ສັງ​ຄົມ 5 ປີ​​ເທື່ອ​ທີ 8 ທີ່​ລັດຖະບານ​ລາວກຳລັງ​ວາງ​ແຜນ​ນັ້ນ, ອັດຕາ​ເພີ່ມ​ຂຶ້ນດ້ານຜະລິດ​ຕະພັນ​ພາຍ​ໃນ​ຫຼືGDP ຂອງ​ລາວ​ແຕ່​ປີ 2016 ຫາ​ປີ 2020 ຈະ​ບັນລຸ 8,5% ຫາ 9%, GDP ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ລາວ​ໃນ​ປີ 2020 ຄາດ​ວ່າ​ຈະ​ມີ 3200 ​ໂດ​ລາ.

ຕາມ​​ເປົ້າ​ໝາຍ​ຂອງແຜນການ​ພັດທະນາ 5 ປີ​ເທື່ອ​ທີ 7 ຂອງ​ລາວ, ອັດຕາ​​ເຕີບ​ໂຕ​ດ້ານ​GDP ຂອງ​ລາວ​ຈະ​ບໍ່​ຕ່ຳ​ກວ່າ 8%. ​ໃນ​ນັ້ນ, ​ແຕ່​ປີ 2011 ຫາ​ປີ 2012, GDP ຂອງ​ລາວ​ໄດ້​ເພີ່ມ​ຂຶ້ນ 8,3%. ຂະ​ແໜງ​ການ​ບໍ່​ແຮ່, ພະລັງ​ງານ​ໄຟຟ້າ​ນ້ຳຕົກ, ຂະ​ແໜງ​ການ​ຜະລິດ, ການທ່ອງ​ທ່ຽວ, ກະສິກຳ​ແລະ​ຂະ​ແໜງ​ການ​ບໍລິການ​ໄດ້​ກາຍ​ເປັນ​ທ່າແຮງ​ຕົ້ນ​ຕໍ​ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ລາວ​ເຕີບ​ໂຕ, ​ໃນ​ນັ້ນ​ຂະ​ແໜງ​ການທ່ອງທ່ຽວ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ຫຼາຍ​ປີ​ມາ​ນີ້, ພຽງ​ໜ້ອຍ​ກວ່າ​ຂະ​​ແໜງ​ການ​ບໍ່​ແຮ່, ກາຍ​ເປັນ​ຂະ​ແໜງ​ການ​ອັນ​ດັບ​ທີ​ສອງ​ທີ່​ສ້າງ​ລາຍຮັບເງິນຕາ​ຕ່າງປະ​ເທດຂອງ​ລາວ.