ຈີນ​ ລາວ ​ມຽນມາ ​ໄທຮ່ວມ​ກັນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ຢາ​ເສບ​ຕິດ ​ໄດ້ທັບ​ມ້າງ​ຄະດີຄ້າ​ຢາ​ເສບ​ຕິດ​ລາຍໃຫຍ່​ສອງ​ລາຍ​ຢ່າງ​ລຽນຕິດ

(GMT+08:00) 2013-05-30 16:09:01     cri
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ຈີນ ລາວ ມຽນມາ ​ໄທ​ຮ່ວມກັນດຳ​ເນີນການ​ເຄື່ອນ​ໄຫວ​ຕໍ່ຕ້າ​ນຢາ​ເສບ​ຕິດ​ທີ່​ຊື່ວ່າ" ທາງ​ເດີນ​ເຮືອ​ທີ່​ສະຫງົບ",​ໄດ້​ທັບ​ມ້າງ​ຄະດີ​ຄ້າ​ຢາ​ເສບ​ຕິດ​ຂະໜາດໃຫຍ່​ສອງ​ລາຍ​ຢ່າງ​ລຽນຕິດ,​ໄດ້​ທຳລາຍ​ບ່ອນ​ປຸງ​ແຕ່ງ​ຢາ​ເສບ​ຕິດໜຶ່ງ​ບ່ອນ​​ໃນ​ແດນ​ມຽນມາ,ຈັບ​ໄດ້​ຜູ້​ຕ້ອງ​ສົງ​ໄສ 38 ຄົນ,ຍຶດ​ໄດ້​ຢາ​ເສບ​ຕິດ 32 ກິ​ໂລ​ກຼາມ.​ໃນ​ເວລາ​ດົນ​ນານ​ມາ​ນີ້,ກຸ່ມ​ຄ້າ​ຢາ​ເສບ​ຕິດ​ນີ້​ຊຶ້ຢາ​ເສບ​ຕິດ​ລາຍ​ໃຫຍ່​ຈາກ​ນອກ​ແດນ​ຈີນ ​ແລ້ວ​ລັກ​ຂົນ​ສົ່ງ​ເຂົ້າ​ຈີນ​ເພື່ອ​ແຍກ​ຈຳໜ່າຍ.

ນັບ​ແຕ່​ມື້​ເປີດ​ປ້າຍ"ທາງ​ເດີນ​ເຮືອ​ທີ່​ສະຫງົບ"​ໃນ​ວັນ​ທີ 29 ພຶດສະ​ພາ​ມາ​ນີ້,ກອງ​ບັນຊາ​ການ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ຕໍ່ຕ້ານ​ຢາ​ເສບ​ຕິດຈີນ, ລາວ, ມຽນມາ, ​ໄທ​ໄດ້​ທັບ​ມ້າງ​ຄະດີ​ຕ້ອງ​ໂທດ​ຢາ​ເສບ​ຕິດຕາມ​ລຳແມ່​ນ້ຳຂອງ​ລວມ 804 ຄະດີ,ຈັບ​ໄດ້​ຜູ້​ຕ້ອງ​ສົງ​ໄສ 1100 ກວ່າ​ຄົນ,ຍຶດ​ໄດ້​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ​​ເກືອບ 3 ​ໂຕນ,ຄະດີ​ການ​ກະທຳ​ຜິດ​ໃນ​ການ​ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ລຳແມ່​ນ້ຳຂອງ​ທີ່ເກີດ​ຂຶ້ນ​ຢ່າງ​ລຽນຕິດ​ນັ້ນໄດ້​ຖືກ​ປາບ​ປາມ​ຢ່າງ​ມີ​ປະສິດທິ​ຜົນ.