ຈີນປະຕິ​ເສດ​ບໍ່​ຍອມຮັບ​ການຍຶດຄອງຫີນ​ແກ້ງ​ເຢິນ​ໄອ້ຢ່າງ​ຜິດ​ກົດໝາຍຂອງ​ຟິລິບ​ປິນ ບໍ່​ວ່າ​ຈະດ້ວຍຮູບ​ການ​ໃດໆກໍ​ຕາມ

(GMT+08:00) 2013-05-30 20:26:07     cri
ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າ​ວຕາມ​ປົກກະຕິ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 30 ພຶດສະພາ​ນີ້, ທ່ານ​ຫົງ​ເຫຼີຍ, ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ມີ ຄວາມ​ຕັດສິນ​ໃຈ​ແລະກຳລັງໃຈ​ອັນ​ເດັດດ່ຽວ​ໜຽວ​​ແໜ້ນ​ໃນ​ການ​ປົກປ້ອງ​ອະທິປະ​ໄຕ​ເໜືອ​ດິນ​ແດນ​ແຫ່ງ​ຊາດ​. ຈີນ​ເດັດດ່ຽວ​ບໍ່​ຍອມຮັບ​ການຍຶດຄອງຫີນ​ແກ້ງ​ເຢິນ​ໄອ້ຢ່າງ​ຜິດ​ກົດ ໝາຍ​ຂອງ​ຟິລິບ​ປິນບໍ່​ວ່າ​ຈະດ້ວຍ​ຮູບການ​ໃດໆກໍ​ຕາມ.

ມີ​ສື່​ຕ່າງປະ​ເທດ​ລາຍ​ງານ​ວ່າ, ຫຼາຍມື້​ມາ​ນີ້, ​ເຮືອ​ປະມົງ, ກຳ​ປັ່ນກວດກາ​ນ​ທາງ​ທະ​ເລ​ແລະ​ກຳ​ປັ່ນ​ຮົບ​ຂອງ​ກອງທັບ​ເຮືອ​ຈີນມີ​ການ​​ເຄື່ອນ​ໄຫວ​ເລື່ອຍໆ​ຢູ່​ບໍລິ​ເວນ​ອ້ອມ​ແອ້ມ​ຫີນ​ແກ້ງ​ເຢິນ​ໄອ້ ໝູ່​ເກາະ​ໜານຊ່າ, ການ​ກະທຳ​ນີ້​ອາດ​ຈະ​ກາຍ​ເປັນສາ​ເຫດເຮັດ​ໃຫ້​ສະຖານະ​ການ​​ເຂດທະ​ເລ​ຈີນ​ໃຕ້ທີ່​ເຄັ່ງ​ຕຶງ​ແລ້ວນັ້ນຮຸນ​ແຮງ​ຂຶ້ນຕື່ມ.

ຕໍ່​ການ​ລາຍ​ງານ​ຂ່າວ​ດັ່ງກ່າວ, ທ່ານຫົງ​ເຫຼີຍ​ໃຫ້​ຄຳ​ຕອບ​ວ່າ: "ປີ1999, ກຳ​ປັ່ນ​ຮົບ​ລຳໜຶ່ງ​ຂອງ​ຟິລິບ​ປິນ​ໄດ້​ລ່ວງ​ລ້ຳ​ເຂົ້າຫີນ​ແກ້ງເຢິນ​ໄອ້ໝູ່​ເກາະ​ໜານ​ຊ່າ​ຂອງ​ຈີນ​ຢ່າງ​ຜິດ​ກົດໝາຍ​ດ້ວຍ​ຂໍ້​ອ້າງ​ວ່າ ຄາ​ຫາດ. ຈີນ​ໄດ້ຕໍ່​ວ່າທັກ​ທ້ວງ​ຢ່າງ​ເຄັ່ງຂຶມຕໍ່​ຟິລິບ​ປິນມາ​ຫຼາຍ​ເທື່ອ, ຮຽກ ຮ້ອງ​ໃຫ້ຟິ ລິບ​ປິນ​ແກ່​ກຳປັ່ນລຳ​ນີ້ອອກ​ໄປ, ​ແຕ່​ຟິລິບ​ປິນກ່າວ​ວ່າ ບໍ່​ສາມາດ​ແກ່​ກຳ​ປັ່ນ​ລຳ​ນີ້ໄປ​ໄດ້ຍ້ອນ​ວ່າ​ຂາດ​ເຄື່ອງອາ​ໄລ່​ຊີ້ນ​ສ່ວນ, ​ແລະ​ກ່າວ​ວ່າ ບໍ່​ມີ​ເຈດ​ຕະນາ​ທີ່ຢາກ​ກໍ່ສ້າງ​ສິ່ງ​ກໍ່ສ້າງ​ໃດໆ​ຢູ່​ເທິງ​ຫີນ​ແກ້ງ​ແຫ່ງ​ນີ້, ກໍ່​ບໍ່​ມີ​ທ່າ​ອ່ຽງກໍ່​ການທ້າ​ທາຍ​ເກາະ​ຜິດ. ​ແຕ່​ຟິລິບ​ປິນພັດ​ເມີນ​ເສີຍ​ຕໍ່ຄຳ​ໝັ້ນສັນຍາ​ຂອງ​ຕົນ, ​ໂດຍມີ​ເຈດ​ຕະນາ​ເພີ່ມ​ທະວີ​ການ​ຄົງ​ຕົວຢ່າງ​ຜິດ​ກົດ ໝາຍ​ຢູ່​ເທິງ​ຫີນ​ແກ້ງ​ເຢິນ​ໄອ້​ແລະ​ຢາກຍຶດຄອງຫີນ​ແກ້ງ​​ແຫ່ງ​ນີ້​ຢ່າງ​ຜິດ​ກົດໝາຍ. ການ​ກະທຳ​ຄື​ແນວນີ້​ໄດ້​ເປັນ​ການລ່ວງ​ລ້ຳອະທິປ​ະ​ໄຕ​ເໜືອ​ດິນ​ແດນ​ຂອງ​ຈີນຢ່າງ​ໜັກໜ່ວງ, ​ແລະ​ລະ​ເມີດ "ຖະແຫຼງການ​ແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້". "

ທ່ານຫົງ​ເຫຼີຍກ່າວ​ວ່າ, ລັດຖະບານ​ຈີນ​ສົ່ງ​ກຳ​ປັ່ນ​ກວດກາ​ນທາງ​ທະ​ເລ​ຂອງ​ຈີນ​​ໄປ​ລາດຕະ​ເວນຕາມ​ປົກກະຕິ​ຢູ່​ເຂດ​ທະ​ເລ​ແຫ່ງ​ນີ້​ແມ່ນ​ບໍ່​ສາມາດ​ໂຕ້​ຖຽງ​ກັນ​ໄດ້, ຈີນ​ເຕືອນ​ໃຫ້​ຟິລິບ​ປິນປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ຂອງ​ຕົນຢ່າງ​ແທ້​ຈິງ, ບໍ່​ໃຊ້​ການ​ກະທຳ​ທີ່​ເປັນການ​ທ້າ​ທາຍ​ເກາະ​ຜິດ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ສັບສົນ​ເຂົ້າ, ທຳ​ຄວາມ​ພະຍາຍາມ​ເທົ່າ​ທີ່​ຄວນ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້.