ຈັດ​ພິທີ​ສະຫຼອງ​ການ​ສ້າງ​ຕັ້ງສະ​ພາ​ການຄ້າຈີນ​ສາຂາ​ເຈີ້​ຈ່ຽງ​ໃນ​ປະ​ເທດ​ລາວ

(GMT+08:00) 2013-05-31 20:34:00     cri
ພິທີ​ສະຫຼອງ​ການ​ສ້າງ​ຕັ້ງສະພາ​ການ​ຄ້າ​ຈີນ​ສາຂາ​ເຈີ້​ຈ່ຽງ​ໃນ​ປະ​ເທດ​ລາວ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ວຽງ​ຈັນ​​ໃນຕອນ​ຄ່ຳວັນ​ທີ 30 ພຶດສະພາ​ນີ້, ອົງການ​ການ​ຮ່ວມ​ມື​ແລະ​ຊ່ວຍ​ເຫຼືອ​​ເຊິ່ງກັນ​ແລະກັນ​ສຳລັບ​ນັກທຸລະກິດ​ຈາກ​​ແຂວງ​ເຈີ້​ຈ່ຽງຈີນຢູ່​ລາວ​ອົງການ​ນີ້​ກໍ່​ໄດ້​ເລີ່​ມດຳ​ເນີນ​ງານ​ຢ່າງ​ເປັນ​ທາງ​ການ.
ທ່ານ​ຫວູຈື້ປິ່ນ, ອຸປະ​ທູດ, ທ່ານ​ຈ້າວ​ເຫວີ​ນຢູ,ທີ່​ປຶກສາ​ເສດຖະກິດ​ສະຖານທູດ​ຈີນ​ປະຈຳ​ລາວ ​ແລະທ່ານ​ຊຸ່ນ​ເຫຼີ​ຍ​ປະທານ​ສະພາ​ການ​ຄ້າ​ລາວ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ລາວ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ລາວ, ສະມາຄົມ​ອຸດສາຫະກຳ​ການ​ຄ້າ ​ແລະ ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ.

ທ່ານ​ຊຸ່ນ​ເຫຼີ​ຍ​ໄດ້ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໂດຍ​ກ່າວ​ວ່າ, ຫວັງ​ວ່າ​ນັກທຸ​ລະ​ກິດ​ຈາກແຂວງ​ເຈີ້​ຈ່ຽງຈີນຢູ່​ລາວ​ສາມາດ​​ຖືນັກທຸລະກິດເປັນ​ເພື່ອນ​ມິດ​ກັນ, ພັດທະນາທຸລະ​ກິດ​ການ​ຄ້າ​ເຊິ່ງກັນ​ແລະ​ກັນ​, ຊ່ອຍ​ຊູ​ຍູ້​ໜູນ​ກັນດ້ານ​ທ່າ​ແຮງຂອງ​ໃຜ​ລາວ, ພັດທະນາ​ຮ່ວມ​ກັນ, ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​​ແລະ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອລະຫວ່າງ​ຈີນ-ລາວ.