ປະທານ​ປະ​ເທດຈີນ​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ​ຊັງ​ໂຈ​ເຊ​ເລີ່​ມຢ້ຽມຢາມ​ໂກສຕາຣີກາ​ທາງ​ລັດຖະກິດ

(GMT+08:00) 2013-06-03 16:26:53     cri
ວັນ​ທີ 2 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ ຊັງ​ໂຈ​ເຊ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ໂກສຕາຣີກາ​ທາງ​ລັດຖະກິດ​.ທ່ານ​ສີ​ຈິ້ນ​ຜິ​ງ​ແມ່ນ​ເດີນທາງ​ໄ​ປ​ເຖິງ​ນະຄອນຫຼວງ​ຊັງ​ໂຈ​ເຊ​ດ້ວຍ​ຍົນ​ພິ​ເສດ​ຈາກ​ນະຄອນຫຼວງພັອດ ອັອຟສະ​ເປັນພາຍຫຼັງ​ສຳເລັດການ​ຢ້ຽມຢາມ​ຕີຼນີ​ແດັດ​ແລະ​ໂຕ​ບາ​ໂກ.

ເວັບ​ໄຊ​ໜັງສືພິມEl Financiero ຂອງ​ໂກສຕາຣີກາ​ໄດ້​ລົງ​ພິມ​ບົດ​ຄວາມ​ໂດຍ​ຊີ້​ອອກ​ວ່າ: ການ​ຢ້ຽມຢາມ​ໂກສຕາຣີກາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໃນ​ຄັ້ງ​ນີ້​ຈະມີຜົນດີຕໍ່ການລົງ​ເລິກ​ແລະ​​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ໂກສຕາຣີກາ, ຄາດ​ວ່າ​ຈະ​ຊຸກ​ຍູ້​ຜະລິດ​ຕະພັນ​ກະສິກຳ​ໂກສຕາຣີກາ​ໃຫ້​ສາມາດ​ເຂົ້າ​ສູ່​ປະ​ເທດ​ຈີນ​ໄດ້.

ສື່​ອື່ນໆ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນກໍ່​ໄດ້​​​​ເອົາ​ໃຈ​ໃສ່​ນຳ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ທ່ານ​ສີ​ຈິ້ນຜິ​ງຢ້ຽມຢາມ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ໃນ​ເທື່ອນີ້, ​ໂດຍ​ເຫັນ​ວ່າ: ການ​ຢ້ຽມຢາມ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຂອງ​ລັດ​ຖະບານຈີນ​ຊຸດ​ໃໝ່​ໃນ​ການ​ສືບ​ຕໍ່​ຖື​ອາ​ເມ​ລິ​ກາ​ລາຕີ​ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ​ແລະ​​ເຫັນ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ສີ​ຈິ້ນຜິ​ງ​ເທື່ອ​ນີ້​ຈະ​ຂະຫຍາຍການ​ຮ່ວມ​ມື​ແລະ​ການ​​ແລກປ່ຽນ​ກັນ​ລະຫວ່າງ​ພາກ​ພື້ນ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ.