ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​ເຈລະຈາ​ກັບ​ປະທານ​ສະພາ​ແຫ່ງ​ຊາດ​ລາວ

(GMT+08:00) 2013-06-04 10:27:17     cri

ວັນ​ທີ 3 ມິຖຸນາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ປານີ ຢ່າ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ. ທ່ານ​ຈ່າງ​ເຕີ​ຈ່ຽງກ່າວ​ວ່າ: ຈີນ​ໃຫ້​ຄວາ​ມສຳຄັນ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ຖ້ານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ກັບປະ​ເທດ​ອ້ອມ​ຂ້າງ, ພະຍາຍາມ​​ເຮັດ​ໃຫ້ການ​ພັດທະນາ​ຂອງ​ຕົນ​ສ້າງຜົນ​ປະ​ໂຫຍ​ດ​ແກ່ປະ​ເທດ​ອ້ອມ​ຂ້າງ​ຊຶ່ງ​ລວມທັງ​ລາວ​ໃຫ້​ຫຼາຍ​ກວ່າ​ເກົ່າ, ຈີນ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ຕ່າງໆ​ເຊັ່ນ​ລາວ, ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ແລະ​ຊຸກ​ຍູ້​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ.

ການ​ພົບ​ປະ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ລະ​ຫວ່າງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ຄະ​ນະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ​ແລະ​ຄະ​ນະ

ທ່ານ​ຈ່າງ​ເຕີ​ຈ່ຽງກ່າວ​ວ່າ:ມິດຕະພາບ​ຈີນ​ລາວ​ມີ​ມູນ​ເຊື້ອ​ແລະມີ​ປະຫວັດ​ອັນຍາວ​ນານ. ​ໃນ​ໄລຍະ​​ໃໝ່​, ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງຮອບດ້ານ. ການ​ນຳ​ສູນ​ກາ​ງຊຸດ​ໃໝ່​​ໂດຍ​ມີ​ທ່ານ​ສີ​ຈີ້​ນຜິ​ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ນັ້ນ​ໄດ້ເອົາ​ໃຈ​ໃສ່​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ກັບ​ປະ​ເທດ​ອ້ອມ​ຂ້າງ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​​ການ​ພົວ​ພັນ​ຈີນ​ລາວ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ. ທ່ານ​ຈ່າງ​ເຕີ​ຈ່ຽງ​ກ່າວ​ວ່າ: ສອງ​ສະພາ​ຈີນ​ລາວ​ໄດ້ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ສະ​ໜິດ​ແໜ້ນ, ມີ​ພື້ນຖານ​ທີ່​ດີ​ດ້ານ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ. ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດປະຈຸ​ບັນ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ມິດ​ຕະ​ພາບ​ຈີນ​ລາວ,​ແລະ​ຍິນ​ດີ​ຢູ່​ບົນ​ພື້ນຖານ​ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ, ​ເພີ່ມ​ທະ​ວີ​ແລະ​ລົງ​ເລິກ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ສະ​ພາ​ຈີນ​ລາວ, ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ໃກ້​ຊິດ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ສະ​ພາ, ດຳ​ເນີນ​ການ​ແລກປ່ຽນ​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ, ​ເພີ່ມ​ທະວີ​ການ​ໄປມາຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສະ​ມາ​ຊິກ​ສະ​ພາ​ໂດຍ​ສະ​ເພາະ​ສະ​ມາ​ຊິກ​ສະ​ພາ​ທີ່​ເປັນ​ຊ່າວ​ໜຸ່ມ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບ​ຮົມ​ດ້ານ​ບຸກ​ຄະ​ລາ​ກອນ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ. ພ້ອມ​ດຽວ​ກັນ​ນັ້ນ, ຄວນ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ດ້ານ​ຕ່າງ​ໆ​ເປັນຕົ້ນ​ແມ່ນ​ການ​ສ້າງ​ກົດ​ໝາຍ,​ການ​ຕິດ​ຕາມ​ກວດ​ກາ​ແລະ​ອື່ນໆ, ​ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ປະ​ເທດ​ຂອງໃຜລາວ,​ແລະ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະຫວ່າງຈີນກັບ​ລາວ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ.

ທ່ານ​ນາງ​ປານີ​ຢ່າ​ທໍ່​ຕູ້​ກ່າວ​ວ່າ: ລາວ​ທະນຸຖະໜອມ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ລາວ​ຈີນ​ທີ່​ສຸດ, ຖື​ຈີນ​ເປັນ​ໝູ່​ເພື່ອນ​ທີ່​ຈິງ​ໃຈ​ແລະ​ຄູ່​ຮ່ວມ​ມື​ທີ່​ໜ້າ​​ໄວ້​ໃຈ, ພັກ, ສະ​ພາ​ແຫ່ງ​ຊາດ​ແລະ​ລັດ​ຖະ​ບານ​ລາວ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່ການ​ຂະ​ຫຍາຍ​ການ​ພົວພັນ​ກັບຈີນ. ນາງ​ກ່າວ​ວ່າ: ການ​ຢ້ຽມ​ຢາມ​ຈີນ​ໃນ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ທະວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສະພາ​ແຫ່ງ​ຊາດ​ລາວ​ກັບ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຮັກ​ສາ​ທ່າ​ອ່ຽງ​ການ​ແລກ​ປ່ຽນ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ມີ​ການ​ປະ​ຕິ​ບັດ​ຕົວ​ຈິງ,​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ໃນ​ໂຄງການ​ໃຫຍ່, ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ, ຮັດ​ແໜ້ນ​ການ​ປະ​ສານ​ງານ​ແລະ​ປະ​ສານ​ສົມ​ທົບ​ກັນ​ໃນ​ອົງ​ການ​ສະ​ພາ​ຫຼາຍ​ຝ່າຍ, ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລາວ​ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ຮອບ​ດ້ານ.