ອັກຄີ​ໄພ​ທີ່​ເກີດ​ຂຶ້ນ​ຢູ່​ບໍລິສັດ​ສັດ​ປີກ​​ແຂວງ​ຈີ​ລິນ​ຂອງ​ຈີນ​ໄດ້​ເຮັດ​ໃຫ້ເສຍ​ຊີວິດ​ແລ້ວ120​ຄົນ​

(GMT+08:00) 2013-06-04 11:19:33     cri

ວັນ​ທີ 3 ມິຖຸນາ​ນີ້, ບໍລິ​ສັດ​ສັດ​ປີກ​ປາວ​ຢວນ​ເຟິ່ງນະຄອນ​ເຕີ​ຮຸ້ຍ​ແຂວງ​ຈີລິນຂອງ​ຈີນ​ໄດ້​ເກີດອັກຄີ​ໄພ​ຄັ້ງຮ້າຍ​ແຮງ. ນັບ​ມາ​ຮອດ​ເວລາ20​ໂມງ​ຂອງມື້​ດຽວ​ກັນ, ອຸບັດ​ຕິ​ເຫດ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ມີຜູ້ເສຍ​ຊີວິດ120ຄົນ, ແລະອີກ70ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ປະ​ເທດ​ຈີນ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ຢູ່ຕ່າງປະ​ເທດ​ແລະ​ທ່ານ​ຫຼີ​ເຄີ້ສຽງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູນິດ​ຈີນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຕ່າງ​ໄດ້​​ມີຄຳ​​ສັ່ງ​ແນະນຳ​​ໃຫ້​ຖື​ການ​ກູ້​ເອົາ​ຊີວິດ​ຂອງ​ຄົນ​ເປັນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ, ຊຳລະ​ວຽກ​ງານ​ທີ່ກ່ຽວຂ້ອງ​ຕໍ່ຜູ້​ເສຍ​ຊີວິດ​ໃຫ້​ດີ​ດ້ວຍ​ຄວາມຈິງ​ຈັງ;​ຕ້ອງ​ສືບ​ສວນ​ຫາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດອຸບັດ​ຕິ​ເຫດ, ສືບສວນ​ແລະ​ລົງ​ໂທດ​ຜູ້​ກະທຳ​ຜິດ​ຕາມ​ກົດໝາຍ, ​ໃຊ້​ມາດ​ຕະການ​ທີ່ເໝາະສົມເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ເກີດ​ອຸບັດ​ຕິ​ເຫດ​ຄ້າຍຄື​ກັນ​ນີ້​ອີກຢ່າງ​ບັງ​ເກີດ​ຜົນ.

ມື້​ດຽວ​ກັນ, ທ່ານ​ໂກວ​ເສິ່ງ​ຄຸນ ທີ່​ປຶກສາ​ແຫ່ງ​ລັດ, ຮອງ​ປະທານ​ຄະນະ​ກຳມະການ​ຄວາມ​ປອດ​ໄພຂອງລັດຖະບານ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ຮີບ​ເດີນ​ທາງ​ໄປ​ຊີ້​ນຳ​ການ​ຊ່ວຍ​ເຫຼືອ​ກູ້​ໄພ​ຢູ່​ສະຖານ​ທີ່​ເກີດ​ເຫດ, ​ແລະ​ປະກາດ​ສ້າງ​ຕັ້ງ​ໜ່ວຍ​ສື​ບສວນ​ອຸ​ບັດ​ຕິ​ເຫດ​ຂອງ​ລັດ​ຖະ​ບານ​ຂຶ້ນ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ.

ສະຖານ​ທີ່​ເກີດ​ອັກຄີ​ໄພ​ຂອງ​ບໍລິສັດ​ສັດ​ປີກ​ເຕີ​ຮຸ້ຍ​ແຂວງ​ຈີ​ລິນ

1 2 3 4