ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ​ປະ​ຕິ​ເສດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ໂຈະ​ຄວາມ​ຂັດ​ແຍ່ງ​ບັນຫາເກາະ​ຕ້ຽວ​ອີ​ໄວ້​ກ່ອນ

(GMT+08:00) 2013-06-05 10:32:47     cri
ກ່ຽວ​ກັບ​​ເລື່ອງ​ທີ່ທ່ານ​ຊູ​ກາ ​ໂຢຊິ​ຮິ​ເດ ​ເລຂາທິການ​ລັດຖະບານ​ຍີ່​ປຸ່ນກ່າວ​ໃນ​​ເມື່ອ​ມໍ່ໆ​ມາ​ນີ້​ວ່າ: ຍີ່​ປຸ່ນ​ແລະ​ຈີນ​ບໍ່​ເຄີຍ​ມີ​ຄວາມ​ຮັບຮູ້ທີ່​ເປັນ​ເອກ​ກະສັນ​ກັນ​ກ່ຽວ​ກັບ​ການ​ໂຈະ​ຄວາມ​ຂັດ​ແຍ່ງ​ ​ບັນ​ຫາ​ເກາະ​ຕ້ຽວ​ອີ​​ໄວ້​ກ່ອນ, ວັນ​ທີ 4 ມິຖຸນາ​ນີ້, ຢູ່​ທີ່​ນະຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​​ກ່າວ​ອີກ​ເທື່ອ​ໃໝ່​ເຕືອນ​ໃຫ້​ລັດ​ຖະ​ບານ​ຍີ່​ປຸ່ນກ້າ​ປະ​ເຊີນ​​ກັບ​ປະຫວັດສາດ,​ແລະ​ຮັບຮອງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນກ່ຽວ​ກັບ​ການ​ໂຈະ​ຄວາມ​ຂັດ​ແຍ່ງ​ບັນຫາ​ເກາະ​ຕ້ຽວ​ອີ​ໄວ້​ກ່ອນ, ​ແລ້ວ​ກັບ​ຄືນ​ສູ່​ການ​ເຈລະຈາ​​ແລະ​ປຶກສາ​ຫາລື​ກັນ​ເພື່ອ​ຄວບ​ຄຸມ​ແລະ​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ.ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ:"​ໃນ​ເວລາ​ທີ່​ຈີນ​ຍີ່​ປຸ່ນດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ເຮັດ​ໃຫ້ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຫັນ​ເປັນປົກກະຕິ​ແລະ​ເຊັນ​ສົນທິສັນຍາ​ສັນຕິພາບ​ຈີນ-​ຍີ່​ປຸ່ນ, ຜູ້​ນຳ​ລຸ້ນ​ອາ​ວຸ​ໂສ​ຂອງ​ສອງ​ປະ​ເທດ​ໄດ້​ຖື​ສະ​ພາບ​ລວມ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ເປັນ​ບັນ​ຫາ​ຕັດ​ສິນ,​​ແລະ​ໄດ້​ບັນລຸ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ ​ກ່ຽວ​ກັບ​ການ​ໂຈະ​ບັນ​ຫາ​ຄວາມ​ຂັດ​ແຍ່ງ​ເກາະ​ຕ້ຽວ​ອີ​ໄວ້​ກ່ອນ,​ເພື່ອ​ແກ້​ໄຂ​ໃນ​ພາຍຫຼັງ, ນີ້​ແມ່ນ​ຄວາມ​ເປັນ​ຈິງ​ຂອງ​ປະຫວັດສາດ. ​ແຕ່​ວ່າ, ການ​ກະທຳ​ຕ່າງໆ​ຂອງ​ຍີ່​ປຸ່ນ​ໃນ​ປີ​ໜຶ່ງ​ທີ່​ຜ່ານ​ມາ​ໄດ້​ຝ່າຝືນ​ແລະ​ທຳລາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ໃນ​ບັນຫາ​ດັ່ງກ່າວ​, ນີ້​ແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່​​ເຮັດ​ໃຫ້​ສະຖານະ​ການ​ເກາະ​ຕ້ຽວ​ອີ​ໃນ​ປະຈຸ​ບັນເຄັ່ງ​ຕຶງ​ຂຶ້ນ​."