ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ຮອດ​ລັດ​ກາລີ​​ຟໍ​ເນຍຂອງ​ອາ​ເມ​ລິ​ກາ ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ມີ​ຄວາມ​ປາຖະໜາອັນ​ແຮງ​ກ້າ​ຕໍ່​ການ​ພົບ​ປະລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິ​ງກັບ​ທ່ານ​ບາຣັກ ​ໂອ​ບາ​ມາ

(GMT+08:00) 2013-06-07 15:09:50     cri
ຕາມ​ຂ່າວCRI: ພາຍຫຼັງສິ້ນ​ສຸດ​ການ​ຢ້ຽມຢາມ 3 ປະ​ເທດ​ອາ​ເມ​ລິ​ກາລາ​ຕິນ​ແລ້ວ, ​​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ລັດ​ກາລີ​ຟໍ​ເນຍຂອງ​ອາ​ເມ​ລິ​ກາ​ໃນ​ຕອນ​ບ່າຍ​ວັນ​ທີ 6 ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ແລະ​ຈະ​ເຂົ້າ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​​ຢູ່​ສວນນິຄົມ​ອັນ​ເນນ​ເບີກ ຫຼື​ເອີ້ນ​ອີກຢ່າງ​ໜຶ່ງ​ວ່າ "​ແຄມ​ພ໌ເດ​ວິດຕາ​ເວັນ​ຕົກ".

ຄຽງ​ຄູ່​ກັບ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ທັງສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ໃກ້​ຈະ​ມາເຖິງ, ສື່​​​ມວນ​ຊົນ​ຂອງ​ອາ​ເມ​ລິ​ກາ​ກໍ່ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົບ​ປະສຸດ​ຍອດ​ຄັ້ງ​ນີ້, ຫວ່າງ​ມໍ່ໆ​ມາ​ນີ້, ສື່​ສຳຄັນ​ຂອງ​ອາ​ເມ​ລິ​ກາຫຼາຍ​ແຫ່ງ​​ໄດ້​ພິມ​ບົດ​ວິຈານຂອງບຸກຄົນ​ທີ່​ມີ​ຊື່​ສຽງ​ບາງທ່ານ, ທ່ານ​ລານ ​ເບຼັມ​ເມີ ຜູ້ອຳນວຍການ​ໃຫຍ່​ຂອງ​ກຸ່ມ​ບໍລິສັດ​ອາຊີ​ເອີ​ລົບ ​ແລະ​ທ່ານ​ຈອນ ຣຸນສມານ ​ອະດີດເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ​ໄດ້ລົງ​ນາມ​ຮ່ວມ​​ແລະພິມ​ບົດ​ຄວາມລົງ​ໜັງສືພິມນິວຢອກ​ທ້າ​ມສ໌ຂອງ​ອາ​ເມ​ລິ​ກາ​ ​ໂດຍ​ຮຽກຮ້ອງ​ໃຫ້​ຮັບ​ຮອງຈີນ​​ໃນ​ສະພາບທີ່​ແທ້​ຈິງ. ທ່ານ​ເຮັນຣີ ​ໂພນ​ຊັນ, ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ພິມ​ບົດ​ຄວາມລົງ​ໜັງສືພິມ​​ເດີ​ວອນ​ສະ​ຕຸຣດລາຍ​ວັນ​ໂດຍ​ຂຽນວ່າ, ການ​ພົບ​ປະ​ຄັ້ງ​ນີ້​ແມ່ນຂ່າວ​ດີ​ທີ່​ສຳຄັນສຳລັບຈີນ​ແລະ​ອາ​ເມ​ລິ​ກາ. ທ່ານ​ກ່າ​ວ​ເນັ້ນ​ວ່າ, ການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາມີ​ຄວາມ​ເພິ່ງ​ພາ​ອາ​ໄສ​ກັນ​ໃນ​ລະດັບ​ສູງ​​ແລະມີ​ຜົນ​ສະທ້ອນ​ໂດຍ​ກົງ​ຕໍ່​ຊີວິດ​ປະຈຳ​ວັນຂອງ​ປະຊາຊົນ​ສອງ​ຊາດ. ​ເຖິງ​ວ່າ​ສະພາບ​ຕົວ​ຈິງ​ຂອງ​ສອງ​ປະ​ເທດ​​​ແມ່ນແຕກ​ຕ່າງ​ກັນ, ​ແລະມີ​ຄວາມ​ຂັດ​ແຍ່ງ​ກັນບໍ່​ໜ້ອຍ​​ໃນຂົງ​ເຂດເສດຖະກິດ​ການ​ຄ້າ, ​ແຕ່​ຖ້າ​ອາ​ເມ​ລິ​ກາ​ແລະ​ຈີນ​ຫາກ​ສາມາດອອກ​ແບບແລະ​ເລືອກ​ເສັ້ນທາງ​ການ​ພັດທະນາ​​ແບບ​ຍືນ​ຍົງຂອງ​ຕົນ​ແລະ​ຕ່າງຊ່ອຍ​ຊູ​ຍູ້​ໜູນ​ກັນ, ການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ກໍ່​ຈະ​ມີ​ຄວາມຮັບປະກັນ.

ທີ່​ຈິງ​ແລ້ວ, ທັງ​ຜູ້​ຊ່ຽວຊານ​ດ້ານ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ, ຫືຼວ່າ​ທັງສື່​ມວນ​ຊົນ, ລ້ວນ​ແຕ່​ມີ​ຄວາມ​ຮັບ​ຮູ້​ທີ່​​ແຈ່ມແຈ້ງ​ທີ່​ສຸດ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ, ​ພ້ອມ​ທັງ​ມີ​ຄວາມ​ປາຖະໜາ​ຢ່າງ​​ແຮງ​ກ້າຢາກ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ສາມາດຂະຫຍາຍ​ກ້າວໄປ​ໜ້າ​ຕື່ມ​ອີກ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທຳນຽບຂາວ​ອາ​ເມ​ລິ​ກາ​ໄດ້​ຈັດກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຜ່ານ​ທາງ​ໂທລະສັບ​​​ເທື່ອໜຶ່ງ, ກ່າ​ວຢ່າງ​ຈະ​ແຈ້ງວ່າ​ຫວັງ​ໃຫ້​ການ​ພົບ​ປະ​ສຸດ​ຍອດ​ຄັ້ງ​ນີ້​ສາມາດ​ບັນລຸ​ 4 ເປົ້າ​ໝາຍ, ​ເຊິ່ງລວມທັງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ຜູ້ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ, ບັນ​ລະ​ຍາຍ​ຄວາມ​ສົນ​ໃຈ​ຂອງ​ປະ​ເທດ​ຕົນເຊິ່ງກັນ​​ແລະ​ກັນ, ​ເປີດ​ກວ້າງຂົງ​ເຂດ​ການ​ຮ່ວມ​ມື, ຊອກ​ຄົ້ນ​ຫາ​ຮູບ​ແບບການ​ແລກປ່ຽນລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ. ທຳນຽບຂາວ​​​ເນັ້ນ​ໜັກວ່າ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ຈະ​ມີ​ຜົນ​ສະທ້ອນ​ຕໍ່​ສະຕະວັດ​ທີ 21.