ປະທານ​ປະ​ເທດ​ຈີນກັບປະທານາທິບໍດີ​ອາ​ເມ​ລິ​ກາ​​ຮ່ວມ​ກັນໃຫ້​ສຳພາດ​ຕໍ່​ນັກ​ຂ່າວ

(GMT+08:00) 2013-06-08 17:10:04     cri
ວັນ​ທີ 7 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ຢູ່ທີ່​ສວນ​ນິຄົມ​ອັນ​ເນນ​ເບີກ​ຂອງ​ລັດ​ກາຣີ​ຟໍ​ເນ​ຍອາ​ເມ​ລິ​ກາ. ພາຍຫຼັງ​ສິ້ນ​ສຸດ​ການ​ພົບ​ປະກັນ, ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ​ໂດຍ​ປະ​ເຊີນ​ກັບເສດຖະກິດ​​ໂລກາ​ພິວັດ​ໄດ້​ພັດທະນາຢ່າງ​ວ່ອງ​ໄວ ​ແລະ​ຄວາມ​ຕ້ອງການນອກ​ຕົວຂອງ​ປະ​ເທດ​ຕ່ງໆ​ທີ່ຮ່ວມ​ສຸກ​ຮ່ວມ​ທຸກ​ນຳ​ກັນ, ຈີນ-ອາ​ເມ​ລິ​ກາ​ກໍ່​ສາມາດ​ເດີນ​ຕາມ​ເສັ້ນ​ທາງ​ໃໝ່ທີ່​ບໍ່​ມີ​ການ​ປະ​ທະ​ກັນ​​ແລະ​ບໍ່​ເປັນ​ປໍ​ລະ​ປັກ​ກັນ​ຄື​ກັນ​ກັບປະ​ເທດ​ໃຫຍ່​ໃນ​ປະຫວັດສາດ. ສອງ​ຝ່າຍ​ເຫັນ​ດີ​ຮ່ວມ​ກັນ​ພະຍາຍາມ​ສ້າງ​ການ​ພົວພັນ​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່​, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​​ມີ​ຜົນ​ປະ​ໂຫຍດ, ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ກໍ່​ຄື​ປະຊາຊົນ​ຂອງ​ໂລກ. ປະຊາ​ຄົມ​ໂລກ​ກໍ່​ມີ​ຄວາມ​ປາຖະໜາ​ຢາກ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາສາ​ມາດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ ​ແລະຂະຫຍາຍຕົວ​​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ຈີນ-ອາ​ເມ​ລິ​ກາ​ສ້າງ​ການ​ພົວພັນ​​ແບບ​ໃໝ່ລະຫວ່າງ​ປະ​ເທດ​ໃຫຍ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ​ແລະ​ກໍ່​ຈະ​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ. ຈີນ-ອາ​ເມ​ລິ​ກາ​ຄວນ​ຊຸກຍູ້​ການ​ສ້າງ​ການ​ພົວພັນແບບ​ໃໝ່ລະຫວ່າງປະ​ເທດ​ໃຫຍ່​​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຂະ​ບວນການ​ເພີ່ມ​ທະວີ​ການ​ສົນທະນາ​ກັນ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ພັດທະນາ​ການ​ຮ່ວມ​ມື​ ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ່ງ​ກັນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ: ສອງ​ຝ່າຍ​ອາ​ເມ​ລິ​ກາ-ຈີນ​ຕ້ອງການ​ຮູ້ຈັກ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຊຶ່ງ​ກັນ​ແລະ​ກັນ. ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ອາ​ເມ​ລິ​ກາ-ຈີນ​ແມ່ນ​ຂົງ​ເຂດ​ທີ່​ສາມາດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ​ໄດ້, ​ເປັນ​ຕົວຢ່າງ​​ໃນ​ການ​ຊຸກ​ຍູ້​ໃຫ້ອາ​ເມ​ລິ​ກາ​ຈີນ​ສ້າງ​ການ​ພົວພັນ​ແບບ​ໃໝ່ລະຫວ່າງ​ປະ​ເທດ​ໃຫຍ່​. ຄວນ​ໃຊ້​ມາດ​ຕະການ​ເຮັດ​ໃຫ້ການ​ປຶກສາ​ຫາລື​ລະຫວ່າງ​ສອງ​ຝ່າຍ​ຫັນ​ເປັນ​ກົນ​ໄກ​ແລະ​​ເປັນ​ປົກກະຕິ. ຈີນ​ສືບ​ຕໍ່​ພັດທະນາ​ໂດຍ​ສັນຕິ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ​ທີ່ສຸດ. ອາ​ເມ​ລິ​ກາ​ແລະ​ຈີນ​ຮ່ວມ​ມື​ກັນ,​ແຕ່​ບໍ່​ຕ້ານ​ຢັນ​ກັນ, ກໍ່​ຈະ​ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້​ຫຼາຍ​ກວ່າ​ເກົ່າ​ເພື່ອ​ໃຫ້​ສອງ​ປະ​ເທດ​ຕ່າງ​ບັນລຸ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໃຜລາວ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ຈີນ​ແມ່ນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ຮ້າຍ​ຈາກ​ການ​ໂຈມ​ຕີ​ຂອງ​ແຮກ​ເກີ. ຈີນ​​ເດັດດ່ຽວ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ. ທັງ​ສອງ​ຝ່າຍ​ຈີນ-ອາ​ເມ​ລິ​ກາ​ມີ​ຄວາມ​ເອົາ​ໃຈ​ໃສ່​ຮ່ວມ​ກັນ​ໃນ​ບັນຫາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​​ເນັດ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ແລ້ວ​ຕົກລົງ​ຮ່ວມ​ກັນ​ໃນ​ການ​ສ້າງ​ຕັ້ງ​ໜ່ວຍ​ງານ​ອິນ​ເຕີ​ເນັດ​ພາຍ​ໃນ​ຂອບ​ກົນ​ໄກ​ສົ​ນທະນາ​ຄວາມ​ປອດ​ໄພ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​ແລະ​ເລັ່ງລັດ​ຄົ້ນຄວ້າ​ບັນຫາ​ນີ້. ສອງ​ຝ່າຍ​ຄວນ​ກຳຈັດ​ຄວາມ​ລະ​ແວ​ງສົງ​ໃສ,​ດຳ​ເນີນ​ການ​ຮ່ວມ​ມື​ກັນ, ​ເຮັດ​ໃຫ້​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ກາຍ​ເປັນ​ຈຸດ​ເດັ່ນ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.​