ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ:ພັດທະນາ​ພາລະກິດ​ການບິນ​ອະວະກາດ,ສ້າງ​ປະ​ເທດ​ເຂັ້ມ​​ແຂງ​ດ້ານ​ການບິນ​ອະວະກາດ,​​ເປີດ​ໜ້າ​ໃໝ່ຢ່າງ​ສະຫງ່າ​ງາມ​ເພື່ອ​ບັນລຸ​ຄວາມ​ຝັນ​ການບິນ​ອະວະກາດຂອງ​ຈີນ

(GMT+08:00) 2013-06-12 15:16:40     cri
ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ຄ່ຳ​ຂອງ​ວັນ​ທີ 11​ ມິຖຸນາ​ນີ້,ຢູ່​ສູນ​ສົ່ງ​ດາວ​ທຽມ​ຈີວຊວນ,ທ່ານ​ສີ​ຈິ້ນ​ຜີ​ງ,​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ປະ​ເທດ​ຈີນ,ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ຜູ້​ແທນບັນດາ​ໜ່ວຍ​ງານທີ່​ໄດ້​ເຂົ້າ​ຮ່ວມ​ການ​ຄົ້ນຄວ້າ​ແລະ​ທົດ​ລອງໜ້າ​ທີ່ການບິນ​ອະວະກາດ​ບັນທຸກ​ຄົນທ່ຽນ​ກົ່ງ​ເລກ 1 ​ແລະ​ເຊິ​ນ​ໂຈ່​ວ​ເລກ 10.ທ່ານ​ສີ​ຈິ້ນ​ຜີ​ງ​ໄດ້​ຕາງໜ້າ​ສູນ​ກາງ​ພັກ​,ຄະນະ​ລັດຖະບານ​ແລະ​ຄະນະ​ກຳມະການ​ການ​ທະຫານ​ສູ​ນກາງ,ສະ​ແດງ​ຄວາມ​ອວຍພອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ການ​ສົ່ງ​ຍານ​ອະວະກາດ​ເຊິ​ນ​ໂຈ່​ວ​ເລກ 10 ທີ່​ໄດ້​ຮັບ​ຜົນສຳ​ເລັດ,​ແລະ​ສະ​​ແດງ​ຄວາມ​ຢື້ຢາມ​ຖາມ​ຂ່າວຢ່າງ​ຈິງ​ໃຈ​ຕໍ່​ພະນັກງານ​ທັງ​ໝົດ​ທີ່​​ໄດ້​ເຂົ້າ​ຮ່ວມ​ໜ້າ​ທີ່​ການບິນ​ອະວະກາດ​ບັນທຸກ​ຄົນ​ເທື່ອ​ນີ້.

ທ່ານ​ສີ​ຈິ້ນ​ຜີ​ງຊີ້​ອອກ​ວ່າ:ໜ້າ​ທີ່​ການບິນ​ອະວະກາດ​ບັນທຸກ​ຄົນ​ເຊິ​ນ​ໂຈ່ວ​ເລກ 10,​ແມ່ນ​ບາດກ້າວ​ສຸດ​ທ້າຍ​ໃນ​ໄລຍະ​ທຳ​ອິດ​ຂອງ​ບາດກ້າວ​ທີ 2 ​ໃນ" 3 ບາດກ້າວ"ຍຸດ​ທະ​ສາດ​ຂອງ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ,ມີ​ຄວາມ​ໝາຍ​ອັນ​ສຳຄັນ​ຕໍ່​ການ​ປັບປຸງ​ເຕັກນິກ​ເຊື່ອມ​ຕໍ່​ກັນ​ເທິງ​ອະວະກາດ​ໃຫ້​ສົມບູນ​ຂຶ້ນ​ແລະ​ການ​ຊຸກຍູ້​ການ​ສ້າງ​ຫ້ອງ​ທົດ​ລອງ​ອະວະກາດ​ແລະ​ສະຖານີ​ອະວະກາດ.ທ່ານ​ຫວັງ​ໃຫ້​ພະນັກງານ​ທຸກ​ຄົນຈົ່ງ​ສະຫຼຸບບົດຮຽນ,​ເຮັດ​ວຽກງານດ້ານຕ່າງໆ​ໃຫ້​ດີ​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ,ຮັບປະກັນ​ໃຫ້​ໜ້າ​ທີ່​ນີ້​ໄດ້​ຮັບ​ໄຊຊະນະ​ຢ່າງຮອບດ້ານ.