ອົງການ​ປະຊາຊົນ​ຈີນ ລາວ​ແລະ​ໄທ​ທົດ​ລອງຮ່ວມ​ກັນ​ຊຸກ​ຍູ້ການ​ຂົນ​ສົ່ງ​​ໄປມາ​ຕາມ​ທາງ​ຫລວງ​ຄຸນ​ມິ​ງ-ບາງກອກຢ່າງ​ຄວາມ​ສະດວກ

(GMT+08:00) 2013-06-12 14:02:19     cri

ກ່ຽວ​ກັບ​ບັນຫາ​ທີ່​ທາງ​ຫລວງ​ສາກົນ​ແຕ່​ຄຸນ​ມິ​ງ-ບາງກອກ​​ເລີ່​ມ​ແລ່ນ​ລົດ​ແລ້ວ​ແຕ່​ຊ້ຳພັດ​ບໍ່​ສະດວກ​​ໃນ​ລະດັບ​ໃດ​ຫນຶ່ງ​, ຜູ່​ຮັບຜິ​ດຊອບ​ຂອງ​ອົງການ​ປະຊາຊົນ​ຈີນ, ລາວ​ແລະ​ໄທ​ທີ່​ໄປ​ຮ່ວມ​ງານ​ວາງສະ​ແດງ​ຈີນ-​ອາ​ຊີ​ໃຕ້​ຄັ້ງ​ປະຖົມມະ​ເລີກ​​ໃນ​ຫວ່າງກ່ອນ​ນີ້​ບໍ່​ດົນ​ສະ​ເຫ​ນີອອກ​ມາ​ວ່າ, ​ໂດຍ​ມີ​ການ​ຊຸກ​ຍູ້​ຈາກ​ລັດຖະບານ​,​ຈະ​ທົດ​ລອງ​ຜ່ານ​ກົນ​ໄກ​ປະສານ​ງານ​ລະຫວ່າງ​ອົງການ​ປະຊາຊົນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ແກ້​ໄຂ​ບັນຫາ,​ແລະ​ປະຕິບັດ​ໃນ​ຫມູ່​ປະຊາຊົນ​ກ່ອນ, ​ແລ້ວ​ຜ່ານ​ພາຫະນະ​ທາງ​ຕະຫລາດ​ຕ່າງໆ​ເຊັ່ນ:ປະຕິບັດ​ໂຄງການ​ຫລື​ພຶດຕິ​ກຳ​ຂອງ​ວິ​ສາ​ຫະກິດ,​ເພື່ອ​ຊຸກ​ຍູ້​ການ​ຄົມມະນາຄົມ​ແລະ​ການ​ຈໍລະຈອນ​ສິນຄ້າ​ລະຫວ່າງ​ພາກ​ພື້ນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ.

ຜູ່​ຮັບຜິດຊອບຂອງ​ສະຫະພັນ​ອຸດສາຫາກຳ​ການ​ຄ້າ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ, ປະ​ເທດ​ລາຍ​ແມ່ນ​ປະ​ເທດ​ທີ່​ທາງ​ຫລວງ​ຄຸນ​ມິ​ງ-ບາງກອກ​ແລ່ນ​ຜ່ານ, ​ແມ່ນ​ປະ​ເທດ​ຫນຶ່ງ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ທາງ​ຫລວງ​​ເສັ້ນ​ນີ້, ພ້ອມ​ກັນ​ນັ້ນ​ກໍ່​ແມ່ນ​ຂໍ​ກະ​ແຈ​ອັນ​ຫນຶ້ງ​ໃນ​ການ​ບັນລຸ​ການ​ຄົມມະນາຄົມ​ຂົນ​ສົ່ງ​ແລະ​ການ​ຄ້າ​ຢູ່​ອະ​ນະພາ​ກພື້ນ​ແຫ່ງ​ນີ້​ມີ​ຄວາມ​ສະດວກ​ຂຶ້ນ,​ແຕ່​ນັບ​ແຕ່​ທາງ​ຫລວງ​ເສັ້ນ​ນີ້​ເລີ່​ມ​ແລ່ນ​ລົດ​ເປັນ​ຕົ້ນ​ມາ, ​ໄດ້​ມີ​ສະພາບ​ການ​ທີ່​ການ​ຂົນ​ສົ່ງ​ສິນຄ້າ​ໄປ​ມາ​ບໍ່​ສະ​ດວກ, ການ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ບັນດາ​ຝ່າຍ​ບໍ່​ສະດວກ​ສະບາຍ​ໄດ້​ຫລຸດຜ່ອນ​ຄຸນຄ່າ​ດ້ານ​ເສດຖະກິດ​ຂອງ​ທາງ​ຫລວງ​ເສັ້ນ​ນີ້​ຢ່າງ​ຫລວງຫລາຍ.

ນັກວິຊາການ​ເຫັນ​ວ່າ, ຢາກ​ຈະ​ລົບ​ລ້າງ​ອຸປະສັກ​​ເຫລົ່າ​ນີ້, ນອກຈາກການ​ຊຸກຍູ້​ຂອງ​ລັດຖະບານ​, ຍັງ​ຄວນ​ທົດ​ລອງໃຫ້​ອົງການ​ປະຊາຊົນ​ປະສານ​ງານ​ກັນ​ເພື່ອ​ແກ້​ໄຂ​ບັນຫາ.ຂ່າວ​ແຈ້ງວ່າ, ນັບ​ແຕ່​ ກົນ​ໄກ​ປະສານ​ງານ​ລະຫວ່າງອົງການ​ປະຊາຊົນ​ສາມ​ຝ່າຍ​ຢູ່​​ແລວ​ທາງເສດຖະກິດ​ຄຸນ​ມິ​ງ -ບາງກອກ​ລະຫວ່າງ​ຈີນ ລາວ​ແລະ​ໄທ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ​ໄດ້ຮັບ​ຜົນງານ​ຫລາ​ຍຢ່າງ​ເຊັ່ນ:​ໄດ້​ຊຸກ​ຍູ້​ໃຫ້​ຈຳນວນ​ດ່ານ​ເກັບ​ຄ່າ​ຢູ່​ພາຍ​ໃນ​ແດນ​ລາວ​ນັ້ນ​ຈາກ 8 ​ແຫ່ງ​ໃຫ້ຫລຸດລົງ​ເປັນ 3 ​ແຫ່ງ.

ທ່ານ​ຍັງ​ຊີ້​ອອກ​ວ່າ, ​ໃນ​ໄລຍະ​ຕໍ່​ໄປ, ອົງການ​ປະຊາຊົນ​ຂອງ​ຈີນ,ລາວ​ແລະ​ໄທ​ຈະ​ຖື​ການ​ຊຸກຍູ້​ໂຄງການ​ຈຸດ​ສຸມ​ແລະ​​ໃຫ້​ວິ​ສາ​ຫະກິດ​ປະຕິບັດ​ໃນ​ຕົວ​ຈິງ​ເປັນ​ສຳຄັນ,ສືບ​ຕໍ່​ຊຸກ​ຍູ້​ການ​ປະຕິບັດ​ແຜນການ​ແກ້​ໄຂ​ການ​ຂົນ​ສົ່ງ​ໃຫ້​ມີ​ຄວາມ​ສະດວກ​ຂຶ້ນ​ໃນ​ອົງການ​ປະຊາຊົນ​ກ່ອນ,​ເພື່ອສົມທົບ​ກັບ​ກົນ​ໄກ​ຂອງ​ລັດຖະບານ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ.