ສ້າງ​ຕັ້ງ​ສູນ​​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນຢູ່ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ

(GMT+08:00) 2013-06-13 17:34:26     cri
ຫວ່າງ​ມໍ່ໆ​ນີ້, ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ໄດ້​ສົ່ງ​ຈົດໝາຍ​ໄປ​ຍັງອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ, ສະ​ແດງ​ຢ່າງ​ຈະ​ແຈ້ງ​ຈະ​ສະ​ໜັບສະ​ໜູນ​ເຂດ​ກວາງຊີ​ນຳ​ໜ້າ​ສ້າງ​ຕັ້ງ​ສູນ​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ສູນ​​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນ​ຢູ່​ນະຄອນ​ນາ​ນນິງໄດ້ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ນີ້​ກໍ່​ແມ່ນ​ສູນ​​ແລກປ່ຽນ​ເຕັກ​ໂນ​ໂລ​ຊີລະດັບ​ຊາດ​ພຽງ​ແຫ່ງ​ດຽວ​​ຂອງ​ຈີນທີ່​ອ່ວາຍ​ໜ້າ​ໄປ​ສູ່​ອາຊຽນໃນ​ປະຈຸ​ບັນ.

ສູນ​​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນມີ​ຈຸດປະສົງ​ເພື່ອ​ສ້າງ​ຕາໜ່າງ​ອິນ​ເຕີ​ເນັດ​ປະສານ​ງານ​​ໃນ​ການ​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ​ທີ່​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນທີ່ກວມແຂວງ​ແລະ​ນະຄອນ​ທີ່​ສຳຄັນ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ, ບຳລຸງ​ສ້າງອົງ​ກອນ​ແລະ​ຊັບພະ​ຍາກ​ອນ​ໃນ​ການ​ແລກປ່ຽນ​ເຕັກ​ໂນ​​ໂລ​ຊີ​ແບບ​ວິຊາ​ຊີບ​ງວດ​ໜຶ່ງ, ຄົ້ນ​ພົບ​ຄວາມ​ຕ້ອງການ​ດ້ານ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ຈີນ​ກັບ​ບັນດາ​ປະ​ເທ​ດາ​ອາ​ຊຽນ, ຈັດ​ຕັ້ງ​ວິ​ສາ​ຫະກິດດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ປຶກສາ​ຫາລື, ຝຶກ​ອົບ​ຮົບ​​ເຕັກ​ໂນ​ໂລ​ຊີທີ່​ໃຊ້​ໄດ້​ຕົວ​ຈິງ, ​ການ​ສາທິດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໃຫ້​ກ້າວເຂົ້າ​ສູ່​ລວງ​ເລິກ, ຊຸກຍູ້​ການ​​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ແລະ​ໃຊ້​ໄດ້​ຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ.