ນັກ​ບິນ​ອາ​ວະ​ກາດ​ໃນ​ຍານ​ອາ​ວະ​ກາດ​ເສີນ​ໂຈ່​ວ​ເລກ 10 ​ເຂົ້າ​ສູ່​ຂ້າງ​ໃນ​ຂອງຍານ​ອາ​ວະ​ກາດ​ທຽນ​ກົ່ງ​ເລກ 1 ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2013-06-13 19:11:56     cri
ເວລາ16 ​ໂມງ​ 17 ນາທີຂອງວັນ​ທີ 13 ມິຖຸນາ​ນີ້ຕາມ​ເວລາ​ປັກ​ກິ່ງ, ນັກ​ບິນ​ອາ​ວະ​ກາດ​ເສີນ​ໂຈ່​ວ​ເລກ 10 ຄື:ທ່ານເນ້ໄຫເຊິ້ງທ່ານຈ່າງສ້ຽວກວ່າງແລະນາງຫວາງຢາຜິງ​ໄດ້​ໄຂ​ປະຕູ​​ແລະ​ລອຍຕົວ​ເຂົ້າ​ໄປ​ສູ່​ຂ້າງ​ໃນຂອງ​ຍານອາ​ວະ​ກາດ​ທຽນ​ກົ່ງ​ເລກ 1ຢ່າງ​ສຳ​ເລັດ​ຜົນ.

​ເວລາ13 ​​ໂມງ 18 ນາທີ​ຂອງ​ວັນ​ທີ 13 ມິຖຸນາ​ນີ້, ຍານ​ອາ​ວະ​ກາດ​ທຽນ​ກົ່ງ​ເລກ 1 ​ໄດ້​​ເຊື່ອມ​ຕໍ່​ ​ກັບ​ຍານ​ອາ​ວະ​ກາດ​ເສີນ​ໂຈ່​ວ​ເລກ 10 ໂດຍ​ອັດຕະ​ໂນ​ມັດ ຢ່າງ​ສຳ​ເລັດ​ຜົນ. ພາຍຫຼັງສຳ​ເລັດ​ການກະກຽມວຽກ​ງານ​ຕ່າງໆຢ່າງ​​ຮຽບຮ້ອຍ​ແລ້ວ, ນັກ​ບິ​ນອາ​ວະ​ກາດທັງ 3 ທ່ານ​ໄດ້​ເຂົ້າ​​ໄປ​​ໃນ​ຍານ​ເສີນ​ໂຈ່​ວ​ເລກ 10.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ໄລຍະ​ຍານ​ອາ​ວະ​ກາດ​ທຽນ​ກົ່ງ​ເລກ 1​ ກັບ​ຍານ​ອາ​ວະ​ກາດ​ເສີນ​ໂຈ່​ວ​ເລກ 10 ​ເຊື່ອມ​ຕໍ່​ເປັນ​ຍານ​ລຳ​ດຽວ​ແລະບິນ​ຢູ່​​ໃນອາ​ວະ​ກາດ, ນັກ​ບິນ​ອາ​ວະ​ກາດທັງ ​​3 ທ່ານ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງກ່ຽວ​ກັບ​ການ​ທົດ​ທອງ​ທາງດ້ານ​ວິທະຍາສາດດ້ານ​ອາ​ວະ​ກາດ​​ແລະ​ການ​ທົດ​ລອງ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ​ເພື່ອ​ຖອດ​ຖອນ​ແລະ​ສະ​ສົມບົດຮຽນ​​​ໃຫ້​ແກ່ໂຄງການ​ສະຖານີອາ​ວະ​ກາດທີ່​ຈະ​ສ້າງ​ຂຶ້ນ​ໃນ​ຕໍ່ໜ້າ.