ທ່ານ​ຫຼີ​ເຄີ້ສຽງ​ເຂົ້າ​ຢ້ຽມ​ຂ່ຳນັບປະທານ​ປະ​ເທດ​ຫວຽດນາມ

(GMT+08:00) 2013-06-21 11:39:35     cri
ຕາມ​ຂ່າວCRI:, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເຈື່ອງ​ເຕິ​ນຊ່າງ, ປະທານ​ປະ​ເທດ​ຫວຽດນາມ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນວັນ​ທີ 20 ມິຖຸນາ​ນີ້ ​ໂດຍຊີ້​ອອກ​ວ່າ, ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃຫ້​ດີ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປົກ​ປັກ​ຮັກສາ​ການ​ພົວພັນ​ລະຫວ່າງ​ຈີນ-ຫວຽດນາມ​ກໍ່​ຄື​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຈີນ​ແລະຫວຽດນາມ​ສາມາດ​ປຶກສາ​ຫາລື​ກັນກ່ຽວ​ກັບຈຸດ​ຮ່ວມ​ກັນ​ແລະ​ຈຸດ​ທີ່​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ, ຫຼີກ​ເວັ້ນບໍ່​ໃຊ້​ການ​ກະທຳ​ແຕ່​ຝ່າຍ​ດຽວທີ່​ເຮັດ​​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້ຮຸນ​ແຮງ​ຂຶ້ນ​ແລະ​ຫັນ​ເປັນ​ແບບ​ສາກົນ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ-ຫວຽດນາມ​ເປັນ​ປະ​ເທດ​​ໃກ້​ຄຽງ​ແລະ​ຄູ່​ຮ່ວມ​ມື, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ສຳຄັນ​ຫຼາຍບໍ່​ວ່າ​ເບິ່ງ​ຈາກ​ດ້ານ​ປະຫວັດສາດ, ພູມ​ສາດແລະ​ສະພາບ​ຕົວ​ຈິງ. ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ມີ​ຄວາມຊ່ອຍ​ຊູ​ຍູ້​ໜູນ​​ກັນ​ທີ່​ດີ, ມີ​ຊ່ອງ​ທາງການ​ຮ່ວມ​ມື​ທີ່​ແທ້​ຈິງຢ່າງ​ກວ້າງຂວາງ. ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ທາງ​ການ​ເມືອງ​, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ສຳຄັນ​ຕ່າງໆ​ເຊັ່ນ: ຂົງ​ເຂດ​ການ​ຄ້າ​, ຂົງ​ເຂດພື້ນຖານ​ໂຄງ​ລ່າງ​ແລະ​ອື່ນໆ. ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ, ສອງ​ຝ່າຍ​ຄວນ​ສະ​ແຫວ​ງຫາຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຫຼາຍ​ສຸດໂດຍ​ຜ່ານ​ການສົນທະນາ​ແລະ​​ປຶກສາ​ຫາລື​ກັນ, ຄຸ້ມ​ຄອງ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງ​​ເໝາະ​ສົມ. ຄວາ​ມຂັດ​ແຍ່ງ​ກັນ​ໜ້ອຍ​ລົງ​ແລ້ວ, ປັດ​​ໄຈ​ອັນ​ຕັ້ງໜ້າ​ກໍ່​ຈະ​ເພີ່ມ​ຂຶ້ນ, ຜົນ​ປະ​ໂຫຍ​ດຮ່ວມກໍ່​ຈະ​​ເປີດ​ກວ້າງ​ອອກ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຫວຽດນາມ​ທຳ​ຄວາມ​ພະຍາຍາມ, ​ເລັ່ງລັດ​ຊຸກຍູ້​ການ​ບຸກ​ເບີກ​ຮ່ວມ​ກັນ​ຢູ່​ເທິງ​ທະ​ເລ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​​ແກ່ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ.

ທ່ານ​ເຈືອງ​ເຕິ​ນຊ່າງ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຕໍ່ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແລະ​ການ​ສະໜັບສະໜູນ​​ແກ່ຫວຽດນາມ​ໃນ​ໄລຍະ​ຍາວ​ນານ​ມາ​ນີ້, ທ່ານກ່າວ​ວ່າການ​ພົວພັນ​ລະຫວ່າງ​ຫວຽດນາມ-ຈີນຢູ່​ໃນ​ຖານະ​ທີ່​ສຳຄັນ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ມາໂດຍ​ຕະຫຼອດ, ຫວຽດນາມ​ຍິນ​ດີ​ບົນ​ພື້ນຖານ​ທີ່​ມີຈິດ​ໃຈ​ທີ່​ເປັນ​ສະຫາຍ​ແລະ​ອ້າຍ​ນ້ອງ​ກັນ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ບົນຈິດ​ໃຈທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເປີດ​ກວ້າງ​ການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ​ການ​ຄ້າ, ຄຸ້ມ​ຄອງແລະແກ້​ໄຂ​ບັນຫາ​ເທິງ​ທະ​ເລ​ໂດຍຜ່ານ​ການ​ປຶກສາ​ຫາລື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​, ຊຸກຍູ້​ການ​ຮ່ວມ​ມື​ເທິງ​ທະ​ເລ​ແບບຄ່ອຍ​ເປັນ​ຄ່ອຍ​ໄປ, ຫຼຸດຜ່ອນ​ຄວາມ​ຂັດ​ແຍ່ງ​ກັນ, ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ​, ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ.