ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ຜູ້​ໃໝ່​ເດີນທາງ​ມາ​ຮອດ​ນະຄອນຫຼວງ​ວຽງ​ຈັນ​ເລີ່​ມດຳລົງ​ຕຳ​ແໜ່​ງ

(GMT+08:00) 2013-06-23 16:08:05     cri
ວັນ​ທີ23ມິຖຸນາ2013ນີ້, ທ່ານ​ກ່ວນຮວາ​ປີ່​ງ,​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ຂອງຈີນ​ປະຈຳ​ລາວ​ຜູ້​ໃໝ່​ໄດ້​ເດີນທາງ​ມາ​ຮອດ​ນະຄອນຫຼວງ​ວຽງ​ຈັນ​, ​​ເລີ່​ມດຳລົງ​ຕຳ​ແໜ່​ງ. ມື້​ດຽວ​ກັນ, ພະນັກງານ​ທັງຫຼາຍ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ, ຜູ້ຕາງໜ້າ​ຈີນ​ຕ່າງ​ດ້າວ​ແລະ​ເຊື້ອ​ສາຍ​ຈີນ​ຢູ່​ລາວ, ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈີນ​ປະຈຳ​ລາວ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ສື່​ມວນ​ຊົນ​ຈີນ​ປະຈຳ​ລາວ​ໄດ້​ຕ້ອນຮັບ​ທ່ານ​ຢູ່​ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕ.ກ່ອນ​ໜ້າ​ນີ້,​ທ່ານ​ກ່ວນຮວາ​ປີ່​ງ​ເຄີຍດຳລົງ​ຕຳ​ແໜ່​ງອຸປະ​ທູດ​ຢູ່​ສະຖານທູດ​ຈີນ​ປະຈຳ​ສປປ​ເກົາຫຼີ.