ທ່ານບັນ​ກີ​ມູນ​ສະ​ແດງຄວາມ​ຕື່ນ​ຕົກ​ໃຈ​ຕໍ່​ເຫດການໂຈມຕີ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​​ເສຍຊີວິດຢູ່ປາກີສະຖານ

(GMT+08:00) 2013-06-24 15:45:00     cri
ຕອນ​ຄ່ຳ​ວັນ​ທີ 23 ມິຖຸນາ​ນີ້, ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫຼ​ງການ ​ໂດຍ​ກ່າວ​ວ່າ, ທ່ານ​ສ​ະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ​ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຖືກ​ໂຈມ​ຕີ ແລະ​ເສຍ​ຊີວິດຢູ່​ເຂດ​ກີວ​ກິດ ທາງພາກ​ເໜືອ​ຂອງ​ປາ​ກີ​ສະຖານ​, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ລັດຖະບານ​ປາກີ​ສະຖານ​ຈົ່ງໃຊ້​ມາດ​ຕະການ​ໃນ​ທັນທີ​ເພື່ອລົ​ງ​ໂທດ​ຜູ້​ກະທຳ​ຜິດ​ຕາມ​ກົດໝາຍ.

ຖະ​ແຫຼ​ງການ​ຂຽນ​ວ່າ, ທ່ານບັນກີ​ມູນ​ສະ​ແດງ​ຄວາມ​ໄວ້ອາ​ໄວ​ດ້ວຍຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍ, ​ແລະ​ສະ​ແດງ​ຄວາມ​ຢື້​ຢາ​ມຖາມ​ຂ່າວ​ມາຍັງຄອບຄົວ​ຂອງ​ຜູ້ທີ່​​ເສຍ​ຊີວິດ.

ຖະ​ແຫຼ​ງການ​ຍັງຂຽນ​ວ່າ, ຫວ່າງ​ມໍ່ໆ​ນີ້, ຢູ່​ປາ​ກີ​ສະຖານ​ໄດ້​ເກີດ​ເຫດ​ໂຈມ​ຕີ​​ແລະ​ເຫດ​ລະ​ເບີດກໍ່ການຮ້າຍ​ເລື້ອຍໆ, ​ພຽງ​ແຕ່ໃນບໍ່ເທົ່າໃດ​​ອາທິດ​ທີ່​ຜ່ານ​ມານີ້ກໍ່​ໄດ້​​ເຮັດ​ໃຫ້ປະຊາຊົນ​ຫຼາຍ​ສິບ​ຄົນ​ເສຍ​ຊີວິດ, ທ່ານ​ບັນກີ​ມູນ​ໄດ້ສະ​ແດງ​ຄວາມ​ຫ່ວງໄຍທີ່ສຸດ. ​​ໃນຂະນະດຽວກັນທີ່ວ່າ​ສະຫະ​ປະຊາ​ຊາດ​ສະໜັບສະໜູນ​ລັດຖະບານ​ປາ​ກີ​ສະຖານ​ໂຈ​ມຕີ​ລັດທິ​ກໍ່​ກາ​ນຮ້າຍ​ແລະ​ລັດທິຫົວ​ຮຸນ​ແຮງ, ທ່ານ​ບັນກີ​ມູນ​ກໍ່​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ປາ​ກີ​ສະຖານ​ຈົ່ງໃຊ້​ມາດ​ຕະການ​ໃນ​ທັນທີ​ເພື່ອ​​ລົງ​ໂທດ​ຜູ້​ກະທຳ​ຜິດ​ຕາມ​ກົດໝາຍ, ເພື່ອຮັບປະ​ກັນ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ.