ຈີນ​ແລະ​ອິນ​ໂດ​ເນ​ເຊຍ​​ເຊັນ​ສັນຍາ​​ເພື່ອ​ຮ່ວມ​ກັນ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

(GMT+08:00) 2013-06-25 11:27:24     cri
ວັນ​ທີ 24 ມິຖຸນາ​ນີ້, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຈີນ​ແລະ​ຄະນະ​ກຳມະການ​ຕ້ານ​ກາ​ນສໍ້​ລາດ​ບັງ​ຫຼວງອິນ​ໂດ​ເນ​ເຊຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດ້ານການ​ຮ່ວມ​ມື, ສອງ​ຝ່າຍ​ຈະ​ພັດທະນາ​ແລະ​ປະຕິບັດ​ໂຄງການ​ຮ່ວມ​ມື​ດ້ານ​ເຕັກ​ນິກກ່ຽວ​ກັບ​ບັນຫາ​ສຳຄັນ​ໃນ​ຂົງ​ເຂດ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ສະບັບດັ່ງກ່າວ​ນີ້​ແມ່ນ​ມີ​ຂຶ້ນຢູ່​ບົນ​ພື້ນຖານ​ຂອງ​ຫຼັກການ​ສະ​ເໝີພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ທະວີ​,ຊຸກ​ຍູ້​ແລະ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.ຊຶ່ງ​ຈະ​ມີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທີ່​ທັງ​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ, ພັດທະນາ​ແລະ​ປະຕິບັດ​ໂຄງການ​ຮ່ວມ​ມື​ດ້ານ​ເຕັກນິກ​ທີ່​ກ່ຽວຂ້ອງ, ດຳ​ເນີນ​ການ​ຝຶກ​ອົບ​ຮົມ​ຄວາມ​ຮູ້ດ້ານ​ວິຊາ​ການ​ເປັນ​ຕົ້ນ​ແມ່ນ​ການ​ເກັບກຳຂ່າວ​ລັບ,​ການ​ສືບສວນ​ສອບ​ສວນ​ແລະ​ອື່ນໆ.

ທ່ານ​ສາວ​ຈ້ຽນມິ​ງ ​ປະທານ​ອົງການ​ໄອ​ຍະ​ການ​ປະຊາຊົນ​​ສູງ​ສຸດຈີນກ່າວ​ວ່າ, ຫວັງ​ຢາກ​ຖື​ໂອກາດ​ລົງ​ນາມ​ໃນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ການ​ຮ່ວມ​ມື​ໃນ​ຄັ້ງ​ນີ້​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່,​​ເພື່ອເພີ່ມທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ລະຫວ່າງສອງ​ປະ​ເທດຕື່ມ​ອີກ.