ຈີນ​ຍຶດໝັ້ນ​ໃນ​ການ​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ເພື່ອ​ແກ້​ໄຂ​ຄວາມຂັດ​ແຍ່ງ​ກັນ​ລະ​ຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ອາ​ຊຽນຢ່າງເໝາະ​ສົມ

(GMT+08:00) 2013-06-26 11:37:52     cri
ກ່ອນຈະ​ອອກ​ເດີນທາງ​ໄປ​ບຼູ​ໄນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດອາ​ຊີ​ຕາ​ເວັນ​ອອກ, ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າກາ​ນກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 25 ມິຖຸນາ​ນີ້​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງວ່າ, ຈີນ​ຖື​ການ​ພົວພັນ​ກັບ​ອາ​ຊຽນ​ເປັນບູລິມະ​ສິດ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ, ຈີນ​ຈະ​ໃຊ້​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ລົງ​ເລິກ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ຍຶດໝັ້ນ​ໃນ​ການ​ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຊຶ່ງ​ເປັນ​ເລື່ອງລະອຽດອ່ອນລະຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ອາ​ຊຽນ.

ຕອນ​ທ່ຽງ​ວັນ​ທີ 25 ມິຖຸນາ​ນີ້, ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ເອກ​ອັກຄະ​ລັດ​ຖະທູດ​ຂອງ10​ປະ​ເທດອາ​ຊຽນ​ປະຈຳ​ຈີນ​ໄດ້​​ເດີນທາງ​ໄປ​ເຖິງ​ສູນ​ຈີນ-ອາ​ຊຽນ​ເພື່ອ​ຊົມ​ການວາງ​ສະ​ແດງ​ຮູບ​ພາບ​ຫວນ​ຄືນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ສູນ​ດັ່ງກ່າວ.​ເມື່ອ​ສະຫຼຸບ​ເຖິງ​ສາ​ເຫດ​ທີ່​ການ​ພົວພັນ​ຈີນ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,ທ່ານ​ຫວາງ​ອີ້​ກ່າວ​ວ່າ:

"ຈີນ​ແລະ​ອາ​ຊຽນມີ​ການ​ພົວພັນ​ທີ່​ດີ​ຄື​ແນວ​ນີ້​ແມ່ນ​ຍ້ອນ​ວ່າ​ບັນດາ​ປະ​ເທດ​ອາ​ຊຽນລ້ວນ​ແຕ່​ແມ່ນ​ປະ​ເທດ​​ໃກ້​ຄຽງ​ຂອງ​ຈີນ, ຈີນ​ຖື​ປະ​ເທດ​ອາ​ຊຽນ​ເປັນ​ເພື່ອນ​ມິດ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ດີ​ແລະ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ.ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ພວກ​ເຮົາຢູ່​ໃນ​ລະດັບ​ດີ​ນີ້​ມີ​ສາ​ເຫດ​ຍ້ອນ​ວ່າ​ບັນດາ​ປະ​ເທດ​ອາ​ຊຽນລ້ວ​ນ​ແຕ່​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ, ຈີນ​ຖື​ປະ​ເທດ​ທີ່​ພວມ​ພັດທະນາ​ເປັນ​ພື້ນຖານ​ແຫ່ງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ແລະ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ທີ່​ພວມ​ພັດທະນາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.ສາ​ເຫດ​ອີກອັນ​ໜຶ່ງ​ທີ່​ຈີນ​ແລະ​ອາ​ຊຽນມີ​ການ​ພົວພັນ​ທີ່​ດີ​ແມ່ນ​ຍ້ອນ​ວ່າ​ຈີນ​ແລະ​ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ,ຈີນ​ສະໜອງ​ຕະຫຼາດ​ທີ່​ໃຫຍ່​ທີ່​ສຸດ​ໃຫ້​ແກ່​ອາ​ຊຽນ, ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນຈຸດ​ສຸມ​ແຫ່ງ​ການ​ລົງທຶນ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ,ດ້ວຍ​ເຫດ​ນີ້,ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ໄດ້​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງສອງ​ຝ່າຍ​ພວກ​ເຮົາ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ."

ປີ2013ນີ້​ແມ່ນ​ປີ​ທີ່ຈີນ​ແລະ​ອາ​ຊຽນ​ໄດ້ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ. ​ໃນ10​ປີຜ່ານມາ, ມິດຕະພາບ​ຖານ​ບ້ານ​ໃກ້​​ເຮືອນ​ຄຽງທີ່​ດີ​ແລະ​ການ​ຮ່ວມ​ມື​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ມີ​ການພັດທະນາ​ຢ່າງ​ວ່ອງ​ໄວ,ກາຍ​ເ​ປັນ​ຕົວ​ແບບ​ຂອງການ​ຮ່ວມ​ມື​​​ໃນລະດັບ​ສາກົນ​ແລະ​ພາກ​ພື້ນ​ທີ່​ມີ​ຊີວິດ​ຊີວາ​ຫຼາຍ​ທີ່​ສຸດ. ການ​ພົວພັນ​ຈີນກັບ​ອາ​ຊຽນ​ໄດ້​ສ້າງ​ສະຖິຕິຕ່າງໆ​ຄື ຈີນ​ແມ່ນ​ປະ​ເທດ​ໃຫຍ່​ປະ​ເທດ​ທຳ​ອິດ​ທີ່ຢູ່​ນອກ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອາ​ຊຽນ, ​ຈີນເປັນ​ປະ​ເທດ​​ໃຫຍ່ທຳ​ອິດ​ທີ່​ຢູ່​ນອກ​​ເຂດອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ໄດ້​ເປັນ​ເຈົ້າ​ການ​​ເຂົ້າ​ເປັນ​ສະມາຊິກ​ສົນທິສັນຍາ​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​ໃນ​ອາຊີ​ອາຄະ​ເນ,​ແລະ​ຈີນ​ຍັງ​​ແມ່ນ​ປະ​ເທດ​ໃຫຍ່ປະ​ເທດ​ທຳ​ອິດ​ທີ່​ຢູ່​ນອກ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ໄດ້​ຮ່ວມ​ກັບ​ອາ​ຊຽນສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ.

ພ້ອມ​ດຽວ​ກັນ​ນັ້ນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ອາ​ຊຽນທີ່​ເກີດ​ຂຶ້ນ​ຍ້ອນ​ບັນຫາ​ທາງ​ທະ​ເລ​​ໄດ້ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນກາຍ​ເປັນ​ບັນຫາ​ທີ່​ສື່​ມວນ​ຊົນ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ກວ້າງຂວາງ. ກ່ຽວ​ກັບ​ການ​ພັດທະນາ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ,ທ່ານ​ຫວາງ​ອີ້​ຊີ້​ອອກ​ວ່າ:

"ຈີນ​ຈະ​ສືບຕໍ່​ສະໜັບສະໜູນ​ອາ​ຊຽນ​ໃຫ້ມີ​ການ​ພັດ​ທະນາ​ແລະ​ຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນ,ສະໜັບສະໜູນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ສະ​ໜັບສະ​ໜູນ​ອາ​ຊຽນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ການ​ນຳພາ​ໃນ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ. ຈີນ​ຖື​ການ​ພົວພັນ​ກັບ​ອາ​ຊຽນ​ເປັນບູລິມະ​ສິດ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ, ຈີນ​ຈະ​ໃຊ້​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ລົງ​ເລິກ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ຈະຍຶດໝັ້ນ​ໃນ​ການ​ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ອາ​ຊຽນ."