ຍານ​ອະວະກາດ​ເສິນ​ໂຈ​ວ່​ເລກ10​ໄດ້​ກັບ​ຄືນ​ສູ່ພື້ນໂລກຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2013-06-26 08:49:17     cri
ຕາມ​ຂ່າວCRI, 8​ໂມງ​ປາຍ​ວັນ​ທີ26​ມິຖຸນາ​ນີ້​ຕາມ​ເວລາ​ປັກ​ກິ່ງ, ຍານ​ອະວະກາດ​ເສິນ​​ໂຈ​ວ່​ເລກ10 ​ໄດ້​ກັບ​ຄືນ​ສູ່​ພື້ນ​ໂລກ​ທົ່ງ​ຫຍ້າ​ອາ​ມູ້​ກູ​ລາງ​ຂອງ​ເຂດ​ມົງ​ໂກ​ໃນ​ຈີນ​ຢ່າງ​ສຳ​ເລັດ​ຜົນ.

ພາຍຫຼັງ​ລົງສູ່​ພື້ນ​ໂລກ​ແລ້ວ, ປະຕູ​ຫ້ອງ​ກັບ​ຄືນ​ຂອງ​ຍານ​ອະວະກາດ​ເສິນ​ໂຈ​ວ່​ເລກ10​ໄດ້​ເປີດ​ອອກ, ພະນັກງານ​ໜ້າດິນ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ກັບ​ຄືນ, ດຳ​ເນີນ​ການ​ກວດກາ​ທີ່​ກ່ຽວຂ້ອງ. ປະຈຸ​ບັນ, ນັກ​ບິນ​ອະວະກາດ3​ຄົນມີ​ສະພາບ​ທາງ​ກາຍ​ແລະ​ໃຈ​ທີ່​ດີ, ພວມ​ທຳ​ການ​ກະກຽມ​ເພື່ອ​ອອກ​ຈາກ​ຫ້ອງ​ກັບ​ຄືນ​ຂອງ​ຍານ.

ວັນ​ທີ11​ມິຖຸນາ​ນີ້, ຈີນ​ໄດ້​ຍິງ​ສົ່ງ​ຍານເສິນ​ໂຈ​ວ່​ເລກ10 ທີ່​ເປັນ​ຍານ​ອະວະກາດ​ບັນທຸກມະນຸດ​ຢ່າງ​ສຳ​ເລັດ​ຜົນ. ຫຼັງ​ຈາກ​ນັ້ນ​ສອງ​ວັນຕໍ່​ມາ, ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ1​ກັບ​ຍານ​ອະວະກາດ​ເສິນ​ໂຈວ່​​ເລກ10​ໄດ້​ເຊື່ອມ​ຕໍ່​ເຂົ້າ​ກັນ​​ໂດຍ​ອັດຕະ​ໂນ​ມັດ. ວັນ​ທີ20​ມິຖຸນາ​ນີ້, ນັກ​ບິນ​ອະວະກາດ​ເສິນ​ໂຈ​ວ່​ເລກ10​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຟີ​ຊິກ​ພື້ນຖານ​ຢູ່​ທ່ຽນ​ກົ່ງ​ເລກ1, ​ໄດ້​ສອນຄວາມ​ຮູ້ດ້ານ​ວິທະຍາສາດ​​ໃຫ້​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ຈີນຈາກ​ອະວະກາດຢ່າງ​ສຳ​ເລັດ​ຜົນ​ເປັນ​ຄັ້ງ​ທຳ​ອິດ. ວັນ​ທີ23ມິຖຸນາ​ນີ້, ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ1​ກັບ​ຍານ​ອະວະກາດ​ເສິນ​ໂຈ​ວ່​ເລກ10​ໄດ້​ເຊື່ອມ​ຕໍ່​​ເຂົ້າກັນ​ດ້ວຍ​ການ​ບັນຊາ​ຂອງ​ນັກ​ບິນ​ອະວະກາດ. ວັນ​ທີ24​ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​​ລົມຜ່ານ​ໂທລະສັບ​ກັບ​ນັກ​ບິນ​ອະວະກາດ3ຄົນ​ຢ່າງ​ເປັນ​ກັນ​ເອງ. ວັນ​ທີ25​ມິຖຸນາ​ນີ້, ນັກ​ບິນ​ອະວະກາດ3​ຄົນ​ໄດ້​ອອກລາ​ຈາກ​ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ1, ຍານ​ອະວະກາດ​ເສິນ​ໂຈ​ວ່​ເລກ10​ກໍ​ໄດ້​ແຍກ​ອອກ​ຈາກ​ຍານ​ທ່ຽນ​ກົ່ງ​ເລກ1​ຢ່າງ​ສຳ​ເລັດ​ຜົນ, ຫຼັງ​ຈາກ​ນັ້ນ, ຍານ​ອະວະກາດ​​ເສິນ​ໂຈ​ວ່​ເລກ10​ກໍໄດ້ບິນ​ອ້ອມ​ຍານອະວະກາດ​ທ່ຽນ​ກົ່ງ​ເລກ1 ​ແລ້ວ​ເຊື່ອມ​ຕໍ່​ກັບ​ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ1​ອີກຢ່າງ​ສຳ​ເລັດ​ຜົນ. ວັນ​ທີ26​ມິຖຸນາ​ນີ້, ຍານ​ອະວະກາດ​ເສິນ​ໂຈ​ວ່​ເລກ10​ໄດ້​ກັບ​ຄືນ​ແລະ​ລົງ​ຈອດພື້ນ​ໂລກ​ຢ່າງ​ສຳ​ເລັດ​ຜົນ.