ຈະ​ຈັດກິດຈະກຳ​ເຕັ້ນ​ເພື່ອ​ຊ່ວຍ​ເຫຼືອ​ເດັກນ້ອຍ​ ​ແຂວງ​ຄຳ​ມ່ວນ

(GMT+08:00) 2013-06-27 16:08:46     cri
ຕອນ​ເຊົ້າ​ວັນ​ທີ 27 ກໍລະກົດນີ້,​​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ,​​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ,​ຈະ​ຈັດ​ກິດຈະກຳ​ເຕັ້ນ​ເພື່ອ​ຊ່ວຍ​ເຫຼືອ​ເດັກນ້ອຍ​ແຂວງ​ຄຳ​ມ່ວນ,​ຫຼື ທ່າ​ແຂກ​ເຕັ້ນ​ໃນ​ວັນ​ທີ 4 ກໍລະກົດ​ທີ່​ຈະ​ມາ​ເຖິງ​ນີ້.


    ທ່ານ ອຸ່ນຫຼ້າ ຜາ​ອຸດົມ ຜູ້ອຳນວຍການ​ຄະນະ​ເຕັ້ນ​ລາວ ກ່າວ​ວ່າ: ​ຕັ້ງ​ແຕ່​ເດືອນ​ທັນວາ 2012 ຫາ ​ເດືອນ​ກໍລະກົດ 2013, ​ໄດ້​ຈັດການ​ຝຶກ​ອົບຮົມ​ການ​ເຕັ້ນ( Hip Hop, ຮ່ວມ​ສະ​ໄໝ ​ແລະ ຟ້ອນ​ພື້ນ​ເມືອງ​ລາວ )ຢູ່​ໂຮງຮຽນ4​ແຫ່ງ​ທີ່​ເມືອງ​ທ່າ​ແຂກ,​ຜູ້​ເຂົ້າ​ຮ່ວມການ​ຝຶກ​ອົບຮົມ​ຈະ​ໄດ້​ມີ​ໂອກາດ​ສະ​ແດງ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ງານ " ທ່າ​ແຂກ​ເຕັ້ນ " ປະຈຳ​ປີ 2013,​ຫວັງ​ວ່າ​ຈະ​​ຊ່ອຍ​ໃຫ້​ໄວ​ລຸ້ນລາວ​ກ້າວໜ້າ​ໄປ​ໄດ້​ດີ ​ແລະ ມີ​ຄວາມໝັ້ນ​ໃຈ​ຕໍ່​ຄວາມ​ສາມາດ​ຂອງ​ຕົນ.