ສື່​ມວນ​ຊົນ​ສາ​ກົນ​ເຫັນ​ວ່າ ຈີນ​ບໍ່​ໄດ້​ເກີດ​ວິ​ກິດ​ການ​ດ້ານ​ສະ​ພາບ​​ເງິນ​ຄ່ອງ

(GMT+08:00) 2013-06-27 15:46:53     cri
ໃນ​ໄລຍະ​ມໍ່​ໆ​ມາ​ນີ້, ຢູ່​ຕະຫຼາດ​ການ​ເງິນ​ຂອງ​ຈີນ​ໄດ້​ປະກົດ​ມີ​ການ​ປ່ຽນ​ແປງ​ແລະ​ທ່າ​ອ່ຽງ​ໃໝ່​ຈຳນວນ​ໜຶ່ງ.​ເວົ້າ​ລ້ວມ​ແລ້ວ, ບຸກຄົນ​ວົງ​ການ​ການ​ເງິນ​ສາກົນ​ແລະ​ສື່​ມວນ​ຊົນ​ໄດ້​ຕີ​ລາຄາ​ໃນ​ທາງບວກ​ຕໍ່​ສະພາບ​ການ​ເງິນ​ຂອງ​ຈີນ,​ໂດຍ​ເຫັນ​ວ່າ: ການ​ປະຕິ​ຮູບ​ຕະຫຼາດ​ການ​ເງິນ​ເວົ້າ​ໃນ​ໄລຍະ​ກາງ​ແລະ​ຍາວ​ແລ້ວ​ແມ່ນ​ມີ​ຜົນ​ດີ, ຈີນ​ບໍ່​ໄດ້​ເກີດ​ວິ​ກິດ​ການ​ດ້ານ​ສະພາບ​ເງິນ​ຄ່ອງ​, ​ແຕ່​ຄວນ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ສະພາບ​ເງິນ​ຄ່ອງ,ດຶງ​ດູດ​ເງິນ​ທຶນ​ໄຫຼ​ໄປ​ສູ່​ເສດ​ຖະ​ກິດ​ທີ່​ເປັນ​ຮູບ​ປະ​ທຳ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ໂທລະພາບCNBCຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ທ່ານ​ຈິ​ມ ​ໂອ​ເນ​ວ ອະດີດ​ຫົວໜ້າ​ນັກ​ເສດຖະສາດ​ຂອງ​ກຸ່ມ​ບໍລິສັດ GoldmanSachs ອາ​ເມ​ລິ​ກາ​ທີ່​ເປັນ​ຜູ້​ທຳ​ອິດສະ​ເໜີ​ນິຍາມ "ປະ​ເທດ​ບຼິກສ"​ເຫັນ​ວ່າ, ຈີນ​ບໍ່​ມີ​ບັນຫາ​ໃນ​ດ້ານ​ການ​ຂາດ​​ເຂີນສະພາບ​ເງິນ​ຄ່ອງ, ຄວາມ​ເຫັນ​ທີ່​ວ່າ​ຈີນ​ໄດ້​ປະກົດ​ມີ​ບັນຫາ​ເງິນຝືດ​ແມ່ນ​ບໍ່​ຖືກຕ້ອງ.

ຂ່າວສານ​ລອຍ​ເຕີ​ຊີ້​ອອກວ່າ,ຄວາມ​ຈິງ​ແລ້ວ, ທະນາຄານ​ກາງ​ຈີນ​ແມ່ນ​ກຳ​ລັງ​ໃຫ້​ການ​ສອນ​ຄວາມ​ຮູ້ດ້ານ​ການ​ຄຸ້ມ​ຄອງຄວາມ​ສ່ຽງ​ແກ່​ທະ​ນາ​ຄານ​ຂະໜາດ​ກາງ​ແລະ​ນ້ອຍ. ທະນາຄານ​ກາງ​ບໍ່​ໄດ້​ເພີ່ມ​ເງິນຕາ​ເຂົ້າ​ໃນ​ຕະຫຼາດ​ໃນ​ທັນທີ, ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ, ​ໃຫ້​ທະນາຄານ​ຂະໜາດ​ກາງ​ແລະ​ນ້ອຍ​ຫັນ​ໄປ​ສຸມ​ໃສ່​ການ​ດຶງ​ດູດ​ເງິນ​ຝາກ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ​ແ​ລະ​ມີ​ການ​ຮັບປະກັນ​ຫຼາຍ​ກວ່​າ​ເກົ່າ​ເພື່ອ​ດຳ​ເນີນ​ການ​ລະດົມ​ທຶນ​​ໃນ​ດ້ານ​ເງິນ​ກູ້.

ທ່ານ​ມາ​ເຊ​ໂລ ມູນີ​ໂອສ ຜູ້​ຮັບຜິດຊອບ​ສະມາຄົມ​ນັກທຸລະກິດ​ແອັສປາຍ​ທີ່ຢູ່ປະ​ເທດ​ຈີນ​ຊີ້​ອອກ​ວ່າ: ຜູ້​ຄຸ້ມ​ຄອງ​ເສດຖະກິດ​​ແລະ​ການ​ເງິນ​ຂອງ​ຈີນ​​ໄດ້ຕີ​ລາຄາ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ຕໍ່​ສະພາບ​ເສດຖະກິດ​ການ​ເງິນ​ຂອງ​ຈີນ​ໃນ​ປະຈຸ​ບັນ, ລັດຖະບານ​ຈີນ​ກຳລັງ​ປະຕິ​ບັດ​ນະ​ໂຍບາຍ​ ​ເງິນ​ຕາທີ່​ໝັ້ນ​ທ່ຽງ​ເພື່ອຊຸກ​ຍູ້​ໃຫ້​ເສດຖະກິດ​ຈີນ​ຫັນປ່ຽນ​ຮູບ​ການ​ພັດທະນາ​ແລະ​ຍົກ​ລະດັບ​​ໃຫ້​ສູງ​ຂຶ້ນ, ທ່ານມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ຂອງ​ເສດຖະກິດ​ຈີນ.